ປິດກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13
2018-03-20 16:32:22  cri 

ກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງ​ສ​ະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສ​ະ​ໄໝ​ທີ 13 ​ໄດ້​ປິດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ມີ​ນາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ຄັ້ງ​ທຳ​ອິດ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກ​ວາ​ລະ​ໜຶ່ງ, ​ທ່ານກ່າວ​ວ່າ​ຈະ​ປະ​ຕິ​ບັດ​ ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ລັດຖະ​ທຳ​ມະ​ນູນມອບ​ໃຫ້​ຢ່າງ​ຊື່​ສັດ​ຕະ​ຫຼອດ​ໄປ, ຮັບ​ໃຊ້​ປະ​ຊາ​ຊົນ​ແລະ​ໄດ້​ຮັບ​ການ​ຕິດ​ຕາມ​ຈາກ​ປະ​ຊາ​ຊົນ​. ທ່ານ​ກ່າວ​ເນັ້ນ​ວ່າ, ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່​ຂຶ້ນ​ກັບ​ປະ​ຊາ​ຊົນ​ຈີນ​ທຸກ​ຄົນ, ​ພຽງແຕ່​ປະ​ຊາ​ຊົນ​ຈີນ​ສາ​ມັກ​ຄີ​ປອງດອງ​ແລະ​ສູ້​ຊົນ​ຮ່ວມ​ກັນ, ຈະ​ບໍ່​ມີ​ກຳ​ລັງ​ໃດໆ​ສາ​ມາດ​ສະ​ກັດ​ກັ້ນບາດ​ກ້າວ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຕົນ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ