ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບສິດ​ຊັບ​ສິນ​ທາງ​ປັນຍາ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ
2018-03-20 16:13:49  cri 
ວັນ​ທີ 19 ມີນາ​ນີ້, ທ່ານ​ນາງ ຮ້ວາ​ຊູ່​ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ອົງການ​ສິດ​ຊັບ​ສິນ​ທາງ​ປັນຍາ​ໂລກ​ໄດ້​ປະກາດ​ວ່າ: ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ່​ໄດ້​ຮັບ​ສິດ​ຊັບ​ສິນ​ທາງ​ປັນຍາຫຼາຍ​ກວ່າ​ໝູ່​ໃນ​ໂລກ. ທ່ານ​ຢືນຢັນ​ວ່າ: ຈີນ​ກຳ​ລັງ​ເດັດ​ດ່ຽວ​ປະຕິບັດ​ຍຸດ​ທະ​ສາດ​ກາ​ນພັດທະນາທີ່​ຂັບ​ເຄື່ອນ​ໂດຍ​ການ​​ປະດິດ​ສ້າງ​ໃໝ່ ​ແລະ​ຫວັງ​ວ່າຄວາມ​ພະຍາຍາມ ​ແລະ​ໝາກຜົນ​ທີ່​ບັນລຸ​ໄດ້​ຈະ​ຖືກ​ຍອມ​ຮັບ​ຈາກ​ພາຍ​ນອກ​ຢ່າງ​ພາວະ​ວິ​ໄສ ​ແລະ​ມີ​ຄວາມຍຸຕິ​ທຳ.

ບົດ​ລາຍ​ງານ​ຂອງ​ອົງການ​ສິ​ດຊັບ​ສິນ​ທາງ​ປັນຍາ​ໂລກ​ສະ​ແດງ​​ໃຫ້​ເຫັນ​ວ່າ: ປະລິ​ມານ​ການຮ້ອງ​ຂໍ​ສິ​ດທິບັດ​ພາຍ​ໃນ​ປະ​ເທດ​ຈີນ​ລື່ນຈຳ​ນວນ​ບວກ​ເຂົ້າກັນຂອງ​ອາ​ເມ​ລິ​ກາ, ສະຫະພາບ​ເອີຣົບ, ຍີ່ປຸ່ນ ​ແລະ​ ສ ​ເກົາຫຼີ. ​ແຕ່​ຂະນະ​​ດຽວ​ກັນ, ຍັງ​ມີ​ບາງ​ປະ​ເທດ ​ແລະ​ບາງ​ບຸກຄົນ​ໄດ້​ວິພາກ​ວິຈານ​ບັນຫາ​ການ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ, ຕໍ່​ເລື່ອງ​ນີ້, ທ່ານນາງ ຮ້ວາ​ຊູ່​ນຢີງ ​ໄດ້​ຕອບ​ບັນຫາ​ທີ່​ກ່ຽວຂ້ອງຢ່າງ​ຊັດ​ເຈນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ