ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ກ່າວ​ວ່າ: ໝາກ​ຜົນ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​​ຂອງມ​ວນມະ​ນຸດ
2018-03-20 15:58:38  cri 
    ຫວ່າງ​ກ່ອນນີ້​ບໍ່​ດົນ, ທ່ານ​ນາງ ວັນ​ດີ ບຸດ​ທະ​ສະ​ວົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ​ປ ລາວ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ວ່າ: "ພັກ​ກອມ​ມູ​ນິດ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ເຕົ້າ​ໂຮມ​ຈິດ​ໃຈ​ແລະ​ກຳ​ລັງ​ໃນ​ການ​ເອົາ​ຊະ​ນະ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໝາກ​ຜົນ​ດັ່ງ​ກ່າວ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ."    ທ່ານ​ນາງ ວັນ​ດີ ບຸດ​ທະ​ສະ​ວົງ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ສົນ​ໃຈຫຼາຍ​ຕໍ່​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຈີນ​ໃນ​ປີນີ້. ບົດ​ລາຍ​ງານ​ສະ​ບັບ​ນີ້ ໄດ້​ບັນ​ລະ​ຍາຍ​ຜົນ​ງານ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ 5 ປີ​ຜ່ານ​ມາ​ຢ່າງ​ເຕັມ​ສ່ວນ ພ້ອມ​ດ້ວຍ​ບັນ​ຫາ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ທີ່​ຜະ​ເຊີນ​ໜ້າ​ໃນ​ວຽກ​ງານ​ປີນີ້. ຂະ​ນະ​ດຽວ​ກັນ, ບົດ​ລາຍ​ງານ​ໄດ້​ຢ້ຳ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ. ບົດ​ລາຍ​ງາ​ນ​ວຽກ​ງານ​ລັດ​ຖະ​ບານ​ສະ​ບັບ​ນີ້ ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ໃນ​ນັ້ນ, 3 ດ້ານ​ໜ້າ​ສົນ​ໃຈ​ເປັນ​ພິ​ເສດ, ຄື:   

    ອັນ​ທີ​ໜຶ່ງ, ໃນ 5 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ແລະ​ລັດ​ຖະ​ບານ​ຈີນ ໄດ້​ເຕົ້າ​ໂຮມ​ຈິດ​ໃຈ​ແລະ​ກຳ​ລັງ ໂດຍ​ໄດ້​ຮັບ​ຜົນ​ງານ​ທີ່​ສຳ​ຄັນ​ໃນ​ການ​ເອົາ​ຊະ​ນະ​ບັ້ນ​ຮົບຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໄດ້​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ເຮັດ​ໃຫ້​ປະ​ຊາ​ກອນ​ຜູ້​ທຸກ​ຍາກຫຼຸດ​ໜ້ອຍ​ລົງ 68 ລ້ານກວ່າ​ຄົນ, ອັດ​ຕາ​ການ​ເກີດ​ຄວາມ​ທຸກ​ຍາກ​ໄດ້ຫຼຸດ​ຈາກ 10,2% ລົງ​ເປັນ 3,1%, ເຊິ່ງ​ຜົນ​ງານ​ທີ່​ສຳ​ຄັນ​ດັ່ງ​ກ່າວ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

    ອັນ​ທີ​ສອງ, ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ. ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ລັກ​ສະ​ນະ​ສ້າງ​ສັນ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ ແລະ​ໄດ້​ປະ​ກອບ​ສ່ວນ​ໃໝ່​ທີ່​ສຳ​ຄັນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.


    ແລະ​ອັນ​ສຸດ​ທ້າຍ, ກ່ຽວ​ກັບ​ວຽກ​ງານ​ໃນ​ປີ 2018. ຈີນ​ໄດ້​ວາງ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ ຄື ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ໃຫ້​ຢູ່​ໃນ​ລະ​ຫວ່າງ 6,5% ແລະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ​ໃຫ້​ໜ້ອຍ​ລົງ​ອີກ 10 ລ້ານ​ຄົນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຈີນ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວນີ້​ໄດ້ ແລະ​ນີ້​ຈະ​ເປັນ​ການ​ໃຫ້​ກຳ​ລັງ​ໃຈ​ແລະ​ເປັນ​ບົດ​ຮຽນ​ອັນ​ປະ​ເສີດ​ສຳ​ລັບ​ປະ​ເທດ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ