ນາ​ຍົກ​ຈີນ​ກ່າວ​ວ່າ, ຈີນ​ຈະ​ບໍ່​ຂະ​ຫຍາຍ​ອາ​ນາ​ເຂດ​ຈົນ​ເທົ່າ​ໃດໆ
2018-03-20 16:01:21  cri 
    ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 20 ມີ​ນານີ້​ວ່າ, ຈີນ​ຈະ​ບໍ່​ຂະ​ຫຍາຍ​ອາ​ນາ​ເຂດ​ຈົນ​ເທົ່າ​ໃດໆ ແລະ​ຈະ​ເຕົ້າ​ໂຮມ​ກຳ​ລັງ​ວັງ​ຊາ​ເຮັດ​ວຽກ​ຂອງ​ຕົນ​ໃຫ້​ດີ.

    ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ, ບໍ່​ມີ​ເຈ​ຕະ​ນາ​ທີ່​ຈະ​ເປີດກວ້າ​ງອ​າ​ນາ​ເຂດ, ໃນ​ອະ​ນາ​ຄົດ ເຖິງວ່າ​ຈະ​ເຂັ້ມ​ແຂງ​ແລ້ວ, ກໍ​ຈະ​ບໍ່​ເດີນ​ຕາມ​ເສັ້ນ​ທາງ​ທີ່​ເຂັ້ມ​ແຂງ​ແລ້ວ​ຕ້ອງ​ເປັນ​ເຈົ້າ, ແຕ່​ຈະຍິນ​ດີ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ປະ​ເທດ​ຕ່າງໆ​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ເຄົາ​ລົບ​ກັນ, ສະ​ເໝີ​ພາບ​ກັນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ພ້ອມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ຫຼາຍ​ປີ​ຜ່ານ​ມາ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​​ຕໍ່​ການ​ເຕີບ​ໂຕ​ຂອງ​ເສ​ດ​ຖະ​ກິດ​ໂລກ ມີຫຼາຍກວ່າ 30%, ທັງ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຟື້​ນ​ຟູ​ຂອງ​ເສດ​ຖະ​ກິດ​ໂລກ​ເທົ່າ​ນັ້ນ​, ແຕ່​ຍັງ​ເປັນ​ການ​ປະ​ກອບ​ສ່ວນ​ຕໍ່​ສັນ​ຕິ​ພາບ​ຂອງ​ໂລກ​ອີກ​ດ້ວຍ.

    ທ່ານ ກ່າວ​ຕື່ມ​ວ່າ, ຈີນ​ຕ້ອງ​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕົນ, ​ແລະ​ຈະ​ບໍ່​ເຮັ​ດ​ໃຫ້​ດິນ​ແດນ​ຂອງ​ຕົນ​ເສຍ​ໄປ​ຢ່າງເດັດ​ຂາດ​ເຖິງ​ຈະ​ເປັນ​ໜຶ່ງ​ຕາ​ແມັດ​ກໍ​ຕາມ, ​ແລະ​ກໍ​ຈະ​ບໍ່​ຍຶດ​ຄອງ​ດິນ​ແດນ​ຂອງ​ຜູ້​ອື່ນ​ເຖິງ​ຈະ​ເປັນ​ໜຶ່ງ​ຕາ​ແມັດ​ກໍ​ຕາມ. ​ເພາະ​ວ່າ ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິມາ​ໂດຍ​ຕະຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ