ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ ສ​ປ​ຊ ຫາ​ລື​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ດິນ​ແດນ​ປາ​ເລັ​ສ​ຕິນ​ທີ່​ຖືກ​ຍຶດ​ຄອງ
2018-03-21 10:08:50  cri 
ວັນ​ທີ 20 ມີ​ນາ​ນີ້,  ກອງ​ປະ​ຊຸມ​ເທື່ອ​ທີ 37 ຂອງ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ ປະ​ເທດ​ສວິ​ສໄດ້​ຈັດ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ກ່ຽວ​ກັບ​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ດິນ​ແດນ​ທີ່​ຖືກ​ຍຶດ​ຄອງ​ຂອງ​ປາ​ເລັ​ສ​ຕິນ​ແລະ​ປະ​ເທດ​ອາ​ຣັບ​ອື່ນໆ, ຜູ້​ແທນ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ດິນ​ແດນ​ທີ່​ຖືກ​ອິ​ສ​ຣາ​ແອນ​ຍຶດ​ຄອງ​ນັ້ນ​ສືບ​ຕໍ່​ຮ້າຍ​ແຮງ​ຂຶ້ນ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສືບ​ຕໍ່​ຕິດ​ຕາມ​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ດິນ​ແດນ​ທີ່​ຖືກ​ຍຶດ​ຄອງ​ດັ່ງ​ກ່າວ ແລະ​ຄັດ​ຄ້ານ​ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ທີ່ເປັນ​ເອ​ກະ​ພາບ​ຍາວ​ນານ​ກ່ຽວ​ກັບ​ຖາ​ນະ​ຂອງ​ເຢ​ລູ​ຊາ​ແລັມ.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ກ່ອນ​ອື່ນ,ທ່ານ​ເກັດ ກິວ​ໂມ ຮອງ​ຂ້າຫຼວງໃຫຍ່ວຽກ​ງານ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ນຳ​ສະ​ເໜີ​ບົດ​ລາຍ​ງານ 6 ສະ​ບັບ​ກ່ຽວ​ກັບ​ສະ​ພາບ​ສິດ​ທິ​ມະ​ນຸດ​ຢູ່​ດິນ​ແດນ​ປາ​ແລັ​ສ​ຕິນ​ ແລະ​ດິນ​ແດນ​ປະ​ເທດ​ອາ​ຣັບ​ອື່ນໆ​ທີ່​ຖືກ​ຍຶດ​ຄອງ ເຊິ່ງ​ບົດ​ລາຍ​ງານ​ເຫຼົ່າ​ນີ້​ໄດ້​ເຈາະ​ຈົງ​ຍົກ​ໃຫ້​ເຫັນ​ສະ​ພາບຫຼ້າ​ສຸດ​ກ່ຽວ​ກັບ​ອິ​ສ​ຣາ​ແອນ​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ​ແລະ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ສາ​ກົນ ເຊິ່ງ​ລວມ​ທັງ​ການ​ສືບ​ຕໍ່​ກັກ​ຕົວ​ຊາວ​ປາ​ແລັ​ສຕິນ​ຕາມ​ລຳ​ພັງ​ໃຈ, ຂ​ະ​ຫຍາຍສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ແລະ​ອື່ນໆ.

ດັ່ງ​ທີ່​ເຮັດ​ຄື​ຜ່ານ​ມາ, ອິ​ສ​ຣາ​ແອນ​ປະ​ຕິ​ເສດ​ເຂົ້າ​ຮ່ວມ​ການ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ​ຂອງ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໂອ​ກາດ​ປະ​ກອບ​ຄຳ​ເຫັນ, ຜູ້​ຕາງ​ໜ້າ​ປະ​ແລັ​ສ​ຕິນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ກ່ຽວ​ຂ້ອງ​ໄດ້​ກ່າວ​ປະ​ນາມ​ອິ​ສ​ຣາ​ແອນ​ທີ່​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ປາ​ແລັ​ສ​ຕິນ​ທີ່​ຮຸນ​ແຮງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ  ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ໃຊ້​ມາດ​ຕະ​ການ​ເຂັ້ມ​ງວດ​ເພື່ອ​ບັງ​ຄັບ​ໃຫ້​ອິ​ສ​ຣາ​ແອນ​ຢຸດ​ຕິ​ການ​ຂະ​ຫຍາຍ​ຈຸດ​ຕັ້ງ​ຖິ່ນ​ຖານ​ທີ່​ຜິດ​ກົດ​ໝາຍ ແລະ​ຮຽກ​ຮ້ອງ​ໃຫ້​ອິ​ສ​ຣາ​ແອນ​ຮ່ວມ​ມື​ກັບ​ກົນ​ໄກ​ສິ​ດ​ທິ​ມະ​ນຸດ​ສາ​ກົນ​ແລະ​ເຄົາ​ລົບ​ໃນ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ສາ​ກົນ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ