ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ະ​ຣັ່ງ​ຖືກ​ອົງ​ການ​ຕຸ​ລາ​ການ​ຮຽກ​ສອບ​ປາກ​ຄຳ
2018-03-21 11:10:59  cri 
ວັນ​ທີ 20 ມີ​ນາ​ນີ້, ສື່ມວນ​ຊົນຝ​ຣັ່ງ​ໄດ້​ອ້າງ​ຕາມ​ຂ່າວ​ຈາກ​ເຈົ້າ​ໜ້າ​ທີ່ຕຳ​ຫຼວດວ່າ: ຍ້ອນ​ຖືກ​ສົງ​ໄສວ່າຮັບ​ສິນ​ບົນທາງ​ການ​ເມືອງ​ຈາກ​ທ່ານ ມົວ​ມະ ມູ​ຮຳ​ມັດ ອາ​ບູ ມິນ​ຢາ ອາ​ລກັດ​ດາ​ຟີ ອະ​ດີດ​ຜູ້​ນຳ​ລີ​ບີ​ຢ່າງ​ຜິດ​ກົດ​ໝາຍ, ໃນ​ມື້​ດັ່ງ​ກ່າວ, ທ່ານ ນີ​ໂຄ​ລັ​ສ ຊາ​ໂຄ​ຊີ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ຖືກ​ອົງ​ການຕຸ​ລາ​ການ​ຮຽກ​ສອບ​ປາກ​​ຄຳ ແລະ​ຮັບ​ການ​ສືບ​ສວນ​ທີ່​ກ່ຽວ​ຂ້ອງ.

ຫຼັງ​ຈາກ​ທ່ານ ຊາ​ໂຄ​ຊີ ປະ​ລາ​ໄຊ​ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​​​ດີ​​ໃນ​ປີ 2012 ແລ້ວ, ສື່ມວນ​ຊົນ​ຝະ​ຣັ່ງ​ໄດ້​ເປີດ​ເຜີຍ​ເອ​ກະ​ສານ​ລັບ​ຈາກ​ອົງ​ການ​ຂ່າວ​ລັບ​ລີ​ບີ​ສະ​ບັບ​ໜຶ່ງ ແລະ​ກ່າວ​ວ່າ​ທ່ານ ຊາ​ໂຄ​ຊີ ເຄີຍ​ໄດ້​ຮັບ​ສິນ​ບົນ​ທາງການ​ເມືອງ​ເປັນເງິນ​ເອີ​ໂຣງວດ​ໃຫຍ່​ຈາກ​ລີ​ບີ ແລະ​ໄດ້​ໃຊ້ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2007. ສະ​ນັ້ນ, ອົງ​ການ​ໄອ​ຍະ​ການ​ຂອງ​ຝ​ຣັ່ງຈຶ່ງ​ມີ​ຄວາມ​ສົງ​ໄສ​ຕໍ່​ທ່ານ ກັດ​ດາ​ຟີ ອະ​ດີດ​ຜູ້​ນຳ​ລີ​ບີ​ກໍ່​ຄື​ທ່ານ ເຊ​ຟ໌ ອາ​ລ ອິ​ສ​ລາມ ກັດ​ດາ​​ຟີ ເຊິ່ງ​ເປັນລູກ​ຊາຍຂອງ​ທ່ານກັດ​ດາ​ຟີ​ທີ່ໄດ້​ສະ​ໜອງ​ທຶນ​ທາງການ​ເມືອງ​ໃຫ້​ແກ່​ທ່ານ ຊາ​ໂຄ​ຊີ ເພື່ອໃຊ້​ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ