ໄທ​ຊຸກ​ຍູ້​ການ​ດຶງ​ດູດ​ການ​ລົງ​ທຶນ​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ກ້າວ​ໜ້າ
2018-03-21 11:27:45  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສົມ​ຄິດ ຈະ​ຕຸ​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ລັດ​ຖະ​ບານ​ໄທ​ພວມ​ອອກ​ແຮງ​ຊຸກ​ຍູ້​ໂຄງ​ການ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​ກ້າວ​ໜ້າ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທີ່​ຈະ​ເລີນ​ໃໝ່​ທີ່​ນຳ​ໃຊ້​ເຕັກ​ນິກ​ເປັນ​ຫຼັກ.

ທ່ານ ສົມ​ຄິດ ກ່າວ​ໃນ​ກອ​ງປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບນະ​ໂຍ​ບາຍ​ການ​ລົງ​ທຶນ​ວ່າ: ລັດ​ຖະ​ບານ​ໄທ​ໄດ້​ເລີ່ມ​ຕິດ​ຕັ້ງສາຍ​ໃຍແກ້ວ​ພື້​ນ​ທະ​ເລ ເພື່ອ​ໃຫ້​ປະ​ເທດ​ຕົນ​ກາຍ​ເປັນປະ​ຕູ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຂະ​ນະ​ດຽວ​ກັນ,ລັດ​ຖະ​ບານ​ກໍ່​ໄດ້​ສຸມ​ໃສ່​ສ້າງ​ແລວ​ເສດ​ຖະ​ກິດ​ແບບ​ມີ​ການ​ປະ​ດິດ​ສ້າງ​ໃໝ່​ຢູ່​ເຂດ​ແລວ​ເສດ​ຖະ​ກິດ​ພາກ​ຕາ​ເວັນ​ອອກ.

ຂ່າວ​ແຈ້ງວ່າ: ລັດ​ຖະ​ບານ​ໄທ​ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ແລະ​ບຸກ​ຄະ​ລາ​ກອນ ເຊິ່​ງ​ລວມ​ທັງ​ການ​ຍົກ​ເວັ້ນ​ພາ​ສີ​ຂອງວິ​ສາ​ຫະ​ກິດ​ 10 ປີ, ແກ່​ຍາວ​ອາ​ຍຸ​ວີ​ຊາ​ຂອງ​ນັກວິ​ຊາ​ການ​ເຕັກ​ນິກ​ກໍ່​ຄື​ນັກ​ລົງ​ທຶນ,ສົ່ງ​ເສີມການ​ສ້າງ​ອົງ​ການ​ສຶກ​ສາ​ຢູ່​ເຂດ​ແລວ​ເສດ​ຖະ​ກິດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ