ໜອງ​ໂພ​ຢາງ​ເຂົ້າ​ສູ່​ໄລ​ຍະ​ຫ້າມ​ການ​ປະ​ມົງ​ໃນລະ​ດູ​ໃບ​ໄມ້​ປົ່ງ​ປີທີ 17
2018-03-21 11:31:43  cri 


ວັນ​ທີ 20 ມີ​ນາ​ນີ້, ຢູ່​ເຂດ​​ນ້ຳ​ຂອງໜອງ​ໂພ​ຢາງ​ທີ່​ຄອບ​ຄອງ​ໂດຍເມືອງ​ຕູ່​ຊ່າງ​ແຂວງ​ຈ່ຽງ​ຊີ່, ຊາວ​ປະ​ມົງ​ໄດ້​ພາຍ​ເຮືອ​ເຂົ້າ​ທຽບ​ແຄມ​ຝັ່ງ. ແຕ່​ເວ​ລາ 12 ໂມງ​ຂອງວັນ​ດັ່ງ​ກ່າວ​ເປັນ​ຕົ້ນ​ໄປ, ໜອງ​ໂພ​ຢາງ ເຊິ່ງເປັນ​ໜອ​ງ​ນ້ຳ​ຈືດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ຫ້າມ​ການ​ປະ​ມົງ​ໃນລະ​ດູ​ໃບ​ໄມ້​ປົ່ງ​ຢ່າງ​ເປັນ​ທາງ​ການ​ແລ້ວ. ແຕ່​ປີ 2002 ເປັນ​ຕົ້ນ​ໄປ, ໜອງ​ໂພ​ຢາງ​ໄດ້​ເລີ່ມ​ປະ​ຕິ​ບັດ​ຫ້າມ​ການ​ປະ​ມົງ​ໃນລະ​ດູ​ໃບ​ໄມ້​ປົ່ງ​,ໄລ​ຍະ​ການ​ຫ້າມ​ການ​ປະ​ມົງ​ຄື​ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 20 ມີ​ນາຫາ​ເວ​ລາ 12 ໂມງ​ຂອງວັນ​ທີ 20 ມິ​ຖຸ​ນາ​ຂອງ​ທຸ​ກ​ປີ, ໃນ​ໄລ​ຍະ​ນີ້, ຫ້າມ​ບໍ່​ໃຫ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ປະ​ມົງ​ດ້ວຍທຸກ​ຮູບ​ແບບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ