ຄະ​ນະ​ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນລາຍ​ງານ​ວຽກ​ງານ​ຕໍ່​ສູນ​ກາງ​ພັກ​ແລະ​ເລ​ຂາ​ທິ​ກາ​ນ​ໃຫຍ່​ສູນ​ກາງ​ພັກ
2018-03-21 16:24:04  cri 
ອີງ​ຕາມ "ຂໍ້​ກຳ​ນົດ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ແລະ​ຮັກ​ສາ​ການ​ນຳ​ພາ​​ຢ່າງ​ລວມ​ສູນ​ເປັນເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ", ​ຄະ​ນະ​ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ລາຍ​ງານ​ວຽກ​ງານ​ຕໍ່​ສູນ​ກາງ​ພັກ​ແລະ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​​ໜຶ່ງ​ເທື່ອ​ຕໍ່​ປີ. ນີ້​ແມ່ນ​ການ​ຈັດ​ວາງ​ດ້ານ​ລະ​ບຽບ​ການ​ທີ່ສຳ​ຄັນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ເພື່ອ​ເພີ່ມ​ທະ​ວີ​ແລະ​ຮັກ​ສາ​ການນຳ​ພາ​ຢ່າງ​ລວມ​ສູນ​ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ. ຫວ່າງ​ມໍ່ໆ​ມາ​ນີ້, ​ຄະ​ນະ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ລາຍ​ງານ​ວຽກ​ງານ​ຕໍ່​ສູນ​ກາງ​ພັກ​ແລະ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ເປັນ​ຄັ້ງ​ທຳ​ອິດ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກວດ​ກາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ, ແລະ​ໄດ້​ໃຫ້​ຂໍ້​ສະ​ເໜີ​​ທີ່ສຳ​ຄັນ​ຕໍ່​ຄະ​ນະ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ, ເຮັດ​ວຽກ​ໃຫ້​ດີ​ແລະ​ປັບ​ປຸງແບບ​ແຜນ​ວິ​ທີ​ເຮັດ​ວຽກ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ