ອົງ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ເລັ່ງ​ລັດ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ
2018-03-21 16:41:01  cri 
ອົງ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດຫຼື OECD ​ເປີດ​ເຜີຍ​ບົດ​ລາຍ​ງານ​ປະ​ຈຳ​ປີໃນ​ວັນ​ທີ 19 ມີ​ນາ​ນີ້, ໂດຍຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງ​ເລັ່ງ​ລັດ​ການ​ປະ​ຕິ​ຮູບ​ແບບ​ໂຄງ​ປະ​ກອບ, ເພື່ອ​ຮັກ​ສາ​ການ​ເຕີບ​ໂຕ​ທີ່​ແຂງ​ແຮງ, ສີ​ຂຽວ​ແລະມີ​ລັກ​ສະ​ນະ​ກວມ​ລວມກວ່າ​ເກົ່າ.

​ບົດ​ລາຍ​ງານ​ສະ​ບັບ​ດັ່ງ​ກ່າວ​ທີ່ OECD ​​ເປີດ​ເຜີຍ​ໃນ​ໄລ​ຍະ​ຈັດ​ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ແລະ​ຜູ້​​ວ່າ​ການ​ທະ​ນາ​ຄານ​ກາງ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ລະ​ບຸ​ວ່າ, ບາດ​ກ້າວ​ການ​ປະ​ຕິ​ຮູບ​ຂອງ​ໂລກ​ໄດ້​ຊ້າ​ລົງ​ຕື່ມ​ອີກ​ໃນ​ປີ 2017, ທີ່​ຈິງ​ແລ້ວ​ກ່ອນໜ້າ​ນີ້​ສອງ​ປີ​ກໍ​ເລີ່ມ​ຊ້າ​ລົງ, ​ແຕ່​ກໍ​ບໍ່​ມີ​ທ່າ​ທີ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ໄວ​ຂຶ້ນ​ຄືນ​ໃໝ່.

ທ່ານ​ແອນ​ເ​ເກວ ກຸ​ເຣຍ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ກ່າວ​ວ່າ, ​ຢາກຮັກ​ສາ​ເສດ​ຖະ​ກິດ​ໂລກ​ໃຫ້​ເຕີ​ບ​ໂຕ​ຢ່າງ​ຕໍ່​ເນື່ອງ, ຕ້ອງ​ມີ​ຍຸດ​ທະ​ສາດ​ໃນ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບແລະ​ຄວາມ​ປາດ​ຖະ​ໜາ​ດ້ານ​ການ​ເມືອງ​ທີ່​ປະ​ຕິ​ບັດ​ຍຸດ​ທະ​ສາດ​ດັ່ງ​ກ່າວ​ຢ່າງ​ຕໍ່​ເນື່ອງ.

ບົດ​ລາຍ​ງານ​ຍັງ​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ປະ​ຕິ​ຮູບ​ຕໍ່​ລັດ​ຖະ​ບານປະ​ເທດ​ຕ່າງໆ, ​ທີ່ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຜະ​ລິດ​ຕະ​ພັນ​ແລະ​ຕະ​ຫຼາດ​ແຮງ​ງານ, ​ການສຶກ​ສາ​ອົ​ບ​ຮົມ, ​ລະ​ບົບເກັບ​ພາ​ສີແລະຊຳ​ລະ​ບັນ​ຊີ, ​ກົດ​ລະ​ບຽບ​ການ​ລົງ​ທຶນ​ການ​ຄ້າ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ