ລາວ​ແລະ​ອົ​ສ​ຕຼ​າ​ລີ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ
2018-03-21 16:43:30  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌​ສະ​ບັບ​ວັນ​ທີ 19 ມີ​ນາ​ລາຍ​ງານ​ວ່າ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ​ອາ​ຊຽນ-ອົ​ສ​ຕຼາ​ລີ​ທີ່​ຈັດ​ຂຶ້ນ​ຢູ່​ຊິດ​ນີ​ປະ​ເທດ​ອົ​ສ​ຕຼ​ຍາລີ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 18 ມີ​ນາ​ນີ້. ໃນ​ກອງ​ປະ​ຊຸມ​ສອງ​ຝ່າຍ​ທີ່​ຈັດ​ຂຶ້ນ​ລະ​ຫວ່າງ​ລາວ​ແລະ​ອົ​ສ​ຕຼາ​ລີ, ຜູ້​ນຳ​ລັດ​ຖະ​ບານ​ສອງ​ປະ​ເທດ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ, ໂຄ​ງ​ການ​ສາ​ທາ​ລະ​ນະ​ແລະ​ຂົນ​ສົ່ງ, ການ​ເງິນ, ສິດ​ທິ​ມະ​ນຸດ​ແລະ​ອື່ນໆ. ປັດ​ຈຸ​ບັນ, ອົ​ສ​ຕຼາ​ລີ​ໄດ້​ລົງ​ທຶນ​ຢູ່​ລາວ​ຫຼາຍກວ່າ 135 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເປັນ​ອັນ​ດັບ​ທີ 15 ໃນ 53 ປະ​ເທດ​ທີ່​ລົງ​ທຶນ​ຢູ່​ລາວ. ລັດ​ຖະ​ບານ​ອົ​ສ​ຕຼາ​ລີ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ລາວ​ໃນ​ດ້ານ​ກາ​ນ​ສຶກ​ສາ, ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ​ໂຄງ​ການ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ແລະ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ແລະ​ນັກ​ສຶກ​ສາ​ລາວ​ແລະ​ໂຄງ​ການ​ອື່ນໆ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ