ຈີນ, ລາວ, ມຽນມາ ​ແລະ​ໄທ​ລາດຕະ​ເວນຮ່ວມ​ປະຕິບັດ​ກົດໝາຍຕາມ​ລຳ​ແມ່​ນ້ຳຂອງເທື່ອທີ 68
2018-03-21 16:44:47  cri 
ວັນ​ທີ 20 ມີນາ​ນີ້, ກອງ​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດໝາຍ​ຈີນ, ລາວ, ມຽນມາ ​ແລະ​ໄທ​ໄດ້​​ເດີນທາງ​ຈາກ​ທ່າ​ເຮືອ​ກວ່ນ​ເຫຼີ​ຍ​ເພື່ອ​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ​ປະຕິບັດ​ກົດ​ໝາຍ​ຕາມ​ລຳແມ່​ນ້ຳຂອງ​ເທື່ອ​ທີ 68.

​ຜູ້ຮັບຜິດຊອບ​ຂອງ​ກອງ​ປ້ອງ​ກັນຊາ​ຍ​ແດນ​ຢູນນານ​ແຈ້ງ​ໃຫ້​ຮູ້ວ່າ: ​ໃນ​ໄລຍະ​​​ການລາດຕະ​ເວນ, ​ເຈົ້າ​ໜ້າ​ທີ່​ຈາກ​ສີ່​ປະ​ເທດ​ຈະ​ດຳ​ເນີນ​ການກວ​ດກາ ​ແລະການ​ຢ້ຽມຢາມ​ຮ່ວມ​ກັນ, ການ​ສຳ​ຫຼວດສະພາບການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ອື່ນໆ​ໃນ​ນ່ານນ້ຳ​ທີ່​ສຳຄັນ​ຂອງ​ສາມ​ລ່ຽມຄຳ, ສະກັດ​ກັ້ນ​ການ​ກໍ່​ການ​ຮ້າຍ, ການຄ້າຂາຍ​ເຖື່ອນ, ຢາ​ເສບຕິດ, ປືນ ​ແລະ​ການ​ກະທຳທີ່​ຈະ​ເມີດກົດໝາຍ​ຂ້າມ​ຊາດ​ອື່ນໆ, ວິ​ເຄາະ​ສະພາບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ການ​ປ່ຽນ​ແປງ​ອຸ​ທົກ​ກະສາ​ດຕາມລຳ​ແມ່​ນ້ຳຂອງ​ຮ່ວມ​ກັນ ​​ພ້ອມ​ທັງຮັກສາ​ຄວາມ​ໝັ້ນ​ຄົງ​ການ​ຂົນສົ່ງ​ທາງ​ນ້ຳ​ສາກົນ​ຕາມ​ລຳແມ່​ນ້ຳຂອງຢ່າງ​​ເຂັ້ມ​ງວດ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ