ສ·​ເກົາຫຼີ​ຈະ​ສົ່ງ​ຄະນະສິລະ​ປະກອນ​ໄປສະ​ແດງ​ຢູ່ ສປປ·ເກົາຫຼີ​ໃນ​ທ້າຍ​ເດືອນ​ມີນາ​ນີ້
2018-03-21 16:46:03  cri 

ວັນ​ທີ 20 ມີນາ​ນີ້, ສ·ເກົາຫຼີ ​ແລະ ສປປ·ເກົາຫຼີ​ໄດ້​ຈັດການ​ເຈລະຈາ​ຢູ່ ​"​ເຮືອນສັນຕິ​ພາບ"​ ​ໃນ​ເຂດ​ປານ​ມູນ​ຈອມ​ເບື້ອງ ສ·​ເກົາຫຼີ ​ເຊິ່ງ​ໄດ້​ຕົກລົງ​ວ່າ: ສ·​ເກົາຫຼີ​ຈະສົ່ງຄະນະ​ສິລະ​ປະກອນຫຼາຍ​ກວ່າ 160 ຄົນ​ໄປສະ​ແດງ​ຢູ່ ສປປ·ເກົາຫຼີ​​ເລີ່​ມວັນ​ທີ 31 ​ມີນາ​ຫາວັນ​ທີ 3 ​ເມ​ສາປີ​ນີ້.

ຜູ້ຕາງໜ້າ ສ·​ເກົາຫຼີ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດັ່ງກ່າວ​ແມ່ນ​ທ່ານ​ຢົນຊາງ ຫົວໜ້າ​ຄະນະສິລະ​ປະກອນ​ທີ່​ຈະ​ໄປຢ້ຽມຢາມ ​ແລະ​ສະ​ແດງ​ຢູ່ ສປປ·​ເກົາຫຼີ, ຜູ້ຕາງໜ້າ ສປປ·ເກົາຫຼີ​ແມ່ນ​ທ່ານ​ຮວນ​ຊົງ​​ໂວ ຫົວ​ໜ້າ​ກອງ​ສິນລະປະສາມ​ຈີ​ຢົນ. ການສະ​ແດງ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນຢູ່​ໂຮງ​ລະຄອນ​ໃຫຍ່​ຕາ​ເວັນ​ອອກພຽງ​ຢາງ ​ແລະ​​ສະໜາມກິລາ​ເຈີງ​​ຈູ​ຢົງຣິວກິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ