ທ່ານ ສີ​ຈິ້ນ​ຜິງ ໄດ້​ສົນ​ທະ​ນາ​ກັບ​ນາ​ຍົກ​ອິນ​ເດຍ​ຜ່ານ​ທາງ​ໂທ​ລະ​ສັບ
2018-03-21 16:11:22  cri 
    ວັນ​ທີ 20 ມີ​ນານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ສົນ​ທະ​ນາ​ກັບ​ທ່ານ ນາ​ເຣນດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ຜ່ານ​ທາງ​ໂທ​ລະ​ສັບ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ໂມ​ດີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນອີກ​ເທື່ອໜຶ່ງ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກວາ​ລະ​ໜຶ່ງ. ທ່ານ​ກ່າວ​ວ່າ, ການ​ໄດ້​ຮັບ​ເລືອກ​ຕັ້ງ​ຂອງ​ທ່ານ​ໄດ້​ພິ​ສູດ​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ຈີນ​ຕໍ່​ທ່ານ. ອິນ​ເດຍ​ແລະ​ຈີນ ລ້ວນ​ແຕ່​ແມ່ນ​ປະ​ເທດ​ອາ​ລະ​ຍະ​ທຳ​ບູ​ຮານ​ແລະ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ໃນ​ໂລກ, ອິນ​ເດຍ​ຍິນ​ດີ​ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ກັບ​ຈີນ, ລົງ​ເລິກ​ສາຍ​ພົວ​ພັນ​ສອງ​ຝ່າຍ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ສາ​ກົນ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ລະ​ຫວ່າງ​ອິນ​ເດຍ-ຈີນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່ຫຼວງກວ່າ​ເກົ່າ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ກໍ​ຄື​ພາກ​ພື້ນ.

    ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທ່ານ​ ໂມ​ດີ ທີ່​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ, ທັງ​ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ອິນ​ເດ​ຍ ລ້ວນ​ແຕ່​ແມ່ນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດ​ທະ​ນາ ແລະ​ເປັນ​ປະ​ເທດ​ຕະຫຼາດ​ຈະ​ເລີນ​ໃໝ່​​ຕົ້ນ​ຕໍ, ແມ່ນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ໃຫ້​ໂລກ​ຫັນ​ເປັນຫຼາຍ​ຂົ້ວ​ແລະ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ. ຂ້າ​ພະ​ເຈົ້າ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ລວມ, ຍາວ​ນານ​ແລະ​ຍຸດ​ທະ​ສາດ​ໃນ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ພາກ​ພື້ນ ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ, ໃຫ້​ການ​ຊີ້​ນຳ​ທີ່​ສຳ​ຄັນ​ແກ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັ​ນ​ສອງ​ປະ​ເທດ ແລະ​ຍົກ​ລະ​ດັບ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ