ໄທ​ຈະ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ 4 ເມືອງ​ຂອງ​ຈີນ
2018-03-21 16:13:03  cri 
    ວັນ​ທີ 20 ມີ​ນານີ້, ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ລາຍ​ງານ​ວ່າ, ເນື່ອງ​ໃນ​ໂອ​ກາດ​ບຸນ​ຫົດ​ນ້ຳ ເຊິ່ງ​ເປັນບຸນ​ປ​ະ​ເພ​ນີ​ຂອງ​ປະ​ເທດ​ຕົນ​ໃກ້​ຈະ​ວຽນ​ມາ​ເຖິງ, ອົງ​ການ​ດັ່ງ​ກ່າວ ຈະ​ຈັດ​ຕັ້ງ​ຄະ​ນະ​ທີ່​ປະ​ກອບ​ດ້ວຍ​ສະ​ມາ​ຄົມ​ທ່ອງ​ທ່ຽ​ວແລະ​ນັກ​ທຸ​ລະ​ກິດ​ດ້ານ​ການ​ທ່ອງ​ທ່ຽວ​ປະ​ມານ 50 ຄົນ ເດີນ​ທາງ​ໄປ 4 ເທດ​ສະ​ບານ​ແຂວງ​ຄື: ນະ​ຄອນ​ຈີ້​ນານ​ແຂວງ​ຊ່ານ​ຕຸ່ງ, ນະ​ຄອນ​ຊື​ເຈ່ຍ​ຈ່ວງ​ແຂວງ​ເຮີ​ເປີຍ, ນະ​ຄອນ​ເຈີ້ງ​ໂຈ່ວ​ແຂວງ​ເຮີ​ນານ ແລະ ນະ​ຄອນ​ອູ​ຮ້ານ​ແຂວງ​ຮູ​ເປີຍ ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຂອງ​ໄທ ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ນັບ​ມື້​ນັບຫຼາຍ​ຂຶ້ນ.

    ຈີນ​ແມ່ນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໄທ. ໃນ​ປີ​ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ໄປ​ທ່ຽວ​ໄທຫຼາຍກວ່າ 9 ລ້ານ 8 ແສນ​ເທື່ອ​ຄົນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 10% ເມື່ອ​ທຽບ​ໃສ່​ປີ 2016 ແລະ​ສາ​ມາດ​ສ້າງ​ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ໄທຫຼາຍກວ່າ 520 ຕື້ບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ