ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ລາ​ອອກ​ຈາກ​ຕຳ​ແໜ່ງ
2018-03-21 16:15:25  cri 
    ວັນ​ທີ 21 ມີ​ນານີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ປະ​ກາດ​ວ່າ, ທ່ານ ທິນ​ຈໍ ປະ​ທາ​ນາ​ທ​ບໍ​ດີ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ມື້​ດັ່ງ​ກ່າວ. ທ່ານ ມິນ​ສະ​ວີ ຮອງ​ປະ​ທາ​ນາ​ບໍ​ດີ​ຜູ້​ທີ​ໜຶ່ງ ຮັບ​ຕຳ​ແໜ່ງເປັນ​ຜູ້ວ່າ​ການ​ແທນ​ປະ​ທາ​ນາ​ທິ​ບໍ​ດີ ຈົນກວ່າ​ລັດ​ຖະ​ສະ​ພາ​ຈະ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່.

    ວັນ​ທີ 15 ມີ​ນາ​ປີ 2016, ລັດ​ຖະ​ສະ​ພາ​ສະ​ຫະ​ພາບ​ມຽນ​ມາໄດ້​ລົງ​ຄະ​ແນນ​ສ​ຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ທ່ານ ທິນ​ຈໍ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ທ່ານ​ແມ່ນ​ສະ​ມາ​ຊິກ​ອາ​ວຸ​ໂສ​ຂອງ​ສະ​ຫະ​ພັນ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ທີ່​ນຳ​ໂດຍ​ທ່ານ​ນາງ ອອງ​ຊາ​ນ​ຊູ​ຈີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ