ປະ​ທານສະ​ພາ​ປະ​ຊາ​ຊົນ​ມຽນ​ມາ​ລາ​ອອກ​ຈາກ​ຕຳ​ແໜ່ງແລະ​ອາດ​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່
2018-03-22 11:05:31  cri 
ໜັງ​ສື​ພິມ​ມຽນ​ມາ​ທາມ​ສ໌ລາຍ​ງານ​ວ່າ: ​ທ່ານ​ວິນ​ມິນ ປະ​ທານສະ​ພາ​ປະ​ຊາ​ຊົນ​​ຂອງ​ສະ​ພາ​ແຫ່ງ​ຊາດ​ມຽນ​ມາ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 21 ມີ​ນາ​ນີ້ ເຊິ່ງ​ອາດ​ຈະ​ກາຍ​ເປັນ​ຜູ້​ນຳ​ຄົນ​ໃໝ່​ຂອງ​ມຽນ​ມາ​ແທນ​ທ່ານທິນ​ຈໍ ທີ່​ໄດ້​ລາອອ​ກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ດັ່ງ​ກ່າວ.

ຕອນ​ເຊົ້າ​ວັນ​ທີ 21 ມີ​ນາ​ນີ້, ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ໄດ້​ແຈ້ງ​ຂ່າວ​ວ່າ: ທ່ານ​​ທິນ​​ຈໍ ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ດັ່ງ​ກ່າວ​ເນື່ອງ​ຈາກ​ມີ​ບັນ​ຫາ​ດ້ານ​ສຸ​ຂະ​ພາບ.

ທ່ານ​ທິນ​ຈໍ ​ປີ​ນີ້​ອາ​ຍຸ 71 ປີ​ຖື​ວ່າ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນຫຼາຍ​ທີ່​ສຸດ​ຈາກ​ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາ, ແຕ່​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ, ເນື່ອງ​ຈາກ​ບັນ​ຫາ​ສຸ​ຂະ​ພາບ,ທ່ານ​ໄດ້​ເດີນ​ທາງ​ໄປ​ປິ່ນ​ປົວຢູ່​ຕ່າງ​ປະ​ເທດ​ເລື້ອຍໆ​. ທ່ານ​ທິນ​​ຈໍດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ນັບ​ແຕ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ໃນ​ວັນ​ທີ 30 ມີ​ນາ 2016 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ.

ຕາມ​ລັດ​ຖະ​ທຳ​ມະ​ນູນ​ມຽນ​ມາ, ສະ​ພາ​​ແຫ່ງ​ຊາດມຽນ​ມາ​ຈະ​ຄັດ​ເລືອກ​ຜູ້​ທີ່​ຈະ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ແທນ​ທ່ານ​ທິນ​ຈໍ​ພາຍ​ໃນ 7 ວັນ​ລັດ​ຖະ​ການ​ຕໍ່​ໄປ ແລະ​ໃນ​ໄລ​ຍະ​ດັ່ງ​ກ່າວ​ ທ່ານ​ມິນ​ສະ​ວີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຈະ​ເປັນ​ຜູ້​ວ່າ​ການ​ແທນ​ປະ​ທາ​ນາ​ທິບໍ​ດີ.

ທ່ານ​ວິນ​ມິນ ປີ​ນີ້​ອາ​ຍຸ 66 ປີ ເປັນ​ສະ​ມາ​ຊິກ​ອາ​ວຸ​ໂສ​ຂອງ​ພັກ​ສັນ​ນິ​ບາດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາຫຼືNLD ທີ່​ເປັນ​ພັກ​ກຳ​ອຳ​ນາດ, ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ໃນ​ການ​ເລືອ​ກ​ຕັ້ງ​ທົ່ວ​ໄປ​ເມື່ອ​ປີ 1990, ແຕ່​ຜົນ​ການ​ເລືອກ​ຕັ້ງ​ບໍ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລັດ​ຖະ​ບານ​ທະ​ຫານ​ໃນ​ເວ​ລາ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ