ຈີນ​ເປັນ​ປະ​ເທດ​ຮ້ອງ​ຂໍ​ສິດ​ທິ​ບັດ​ສາ​ກົນ​ໃຫຍ່​ອັນ​ດັບ​ສອງ
2018-03-22 15:14:15  cri 
ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ວັນ​ທີ 21 ມີ​ນາ​ນີ້​ວ່າ: ປີ 2017, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ຮ້ອງ​ຂໍ​ສິດ​ທິ​ບັດ​ສາ​ກົນ​ໃນ​ຂອບ​ສົນ​ທິ​ສັນ​ຍາ​ຮ່ວມ​ມື​ສິດ​ທິ​ບັດໃນ​ປະ​ລິ​ມານຫຼາຍ​ອັນ​ດັບ​ທີ 2  ພຽງແຕ່​ຖັດ​ຈາກ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ. ​ໃນ​ນີ້,ບໍ​ລິ​ສັດ​ຫົວ​ເຫວີຍ​ແລະ​ບໍ​ລິ​ສັດ​ຈົ່ງ​ຊິງ​ຂອງ​ຈີນ​ເປັນ​ສອງ​ບໍ​ລິ​ສັດ​ທີ່​ຮ້ອງ​ຂໍ​ສິດ​ທິ​ບັດ​ສາ​ກົນຫຼາຍ​ທີ່​ສຸດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ວິ​ເຄາະ​​ສະ​ພາບ​ການ​ໃຊ້​ການ​ບໍ​ລິ​ການ​ຂອງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຂອງບັນ​ດາ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ໃນ​ໂລກ​ໃນ​ປີ 2017 ຜ່ານ​ມາ ເຊິ່ງ​ຜົນ​ການ​ວິ​ເຄາະ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2017 ຜ່ານ​ມາ, ປະ​ເທດ​ທີ່​ຮ້ອງ​ຂໍ​ສິດ​ທິ​ບັດ​ຫຼາຍ​ທີ່​ສຸດ​ຍັງແມ່ນ​ອາ​ເມ​ລິ​ກາ​ຄື​ເກົ່າ ຄື​ປະ​ລິ​ມານ​ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ມີ​ເຖິງ 56.600 ສະ​ບັບ; ຈີນ​ເປັນ​ທີ​ສອງ ມີ 48.900ສະ​ບັບ, ຍີ່​ປຸ່ນ ທີສາມ ມີ 48.200 ສະ​ບັບ.

ໃນ​ນີ້, ຈີນ​ເປັນ​ປະ​ເທດ​ພຽງ​ໜຶ່ງດຽວ​ທີ່​ມີ​ປະ​ລິ​ມານ​ການ​ຮ້ອງ​ຂໍ​ສິດ​ທິ​ບັດ​ເພີ່ມ​ຂຶ້ນຫຼາຍກວ່າ​ໝູ່ ຄື​ນັບ​ແຕ່​ປີ 2003 ເປັນ​ຕົ້ນ​ມາ, ອັດ​ຕາ​​ການເຕີບ​ໂຕ​​ໃນແຕ່​ລະ​ປີ​ກໍໄດ້​ສູງກວ່າ 10%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ