ຜູ້​ຕາງ​ໜ້າ​ ສ​ປ​ປ ເກົາ​ຫຼີ, ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ​ພົບ​ປະ​ເຈ​ລະ​ຈາ​ບໍ່​ເປັນ​ທາງ​ການ​ຢູ່ແຟງ​ລັງ
2018-03-22 15:15:01  cri 

​ການ​ພົບ​ປະ​ເຈ​ລະ​ຈາ​ບໍ່​ເປັນ​ທາງ​ການລະ​ຫວ່າງ ສ​ປ​ປ ເກົາ​ຫຼີ, ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງວານ​ຕາ​​ທາງພາກ​ໃຕ້ປະ​ເທດ​ແຟງ​ລັງ​ໃນ​ວັນ​ທີ 20 ຫາ​ວັນ​ທີ 21 ມີ​ນາ​ນີ້ ໂດຍ​ຜູ້​ຕາງ​ໜ້າ​ສາມ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ ກໍໍ່​ຄື​ບັນ​ຫາ​ອື່ນໆ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ຫຼັງ​ຈາກ​ສິ້ນ​ສຸດການ​ພົບ​ປະ, ວັນ​ທີ 21 ມີ​ນາ​ນີ້​ ​ຢູ່​ນອກ​ສະ​ຖານ​ທີ່​ຈັດ​ກອງ​ປະ​ຊຸມ, ທ່ານ ກິມ​ໂມ​ ລາ​ດີ​ເວີ​ຕາ ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຟງ​ລັງ​ໄດ້​ຕາງ​ໜ້າ​ສາມ​ຝ່າຍ​ອ່ານ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ຕໍ່​ໜ້າ​ສື່ມວນ​ຊົນ.

ຖະ​ແຫຼງ​ການ​ກ່າວ​ເນັ້ນ​ວ່າ,ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ "​ໜຶ່ງ​ໃນ​ກອງ​ປະ​ຊຸມ​ວິ​ຊາ​ການ​ຕ່າງໆ​ເພື່ອ​ຄົ້ນ​ຄວ້າແລະ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ຄວາມ​ໝັ້ນ​ໃຈ​ແລະ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ຂອງ​ແຫຼມ​ເກົາ​ຫຼີ​ໃນ​ຫຼາຍ​ປີ​ຜ່ານ​ມາ", ​ແລະ"ໄດ້​ກຽມ​ພ້ອມ​ເປັນ​ຢ່າງ​ດີ​ແລ້ວ​ກ່ອນ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ມີ​ການ​ປ່ຽນ​ແປງດີ​ຂຶ້ນ".

ຖະ​ແຫຼງ​ການ​ເນັ້ນ​ຕື່ມ​ວ່າ: ຜູ້​ຕາງ​ໜ້າ​ທັງ​ສາມ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່​ຕັ້ງ​ໜ້າ.

ແຕ່​ຖະ​ແຫຼງ​ການ​ບໍ່​ໄດ້​ກ່າວ​ເຖິງ​ລາຍ​ລະ​ອຽດ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແຕ່​ຢ່າງ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ