ສ.ເກົາ​ຫຼີ ສະເໜີ​ຕໍ່ ສ​ປ​ປ ເກົາ​ຫຼີ​ ການຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ສອງ​ຝ່າຍ
2018-03-22 15:31:20  cri 
ວັນ​ທີ 21 ມີ​ນາ​ນີ້, ສ.ເກົາ​ຫຼີ ໄດ້​​ທຳ​ການຕົກ​ລົງ​​ໂດຍ​ຈະ​ສະ​ເໜີ​ຕໍ່ ສ​ປ​ປ ເກົາ​ຫຼີ ​ກ່ຽວ​ກັບ​ການຈັດ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ສອງ​ຝ່າຍ​ຢູ່​ເຮືອນ​ສັນ​ຕິ​ພາບ​ທີ່​ເຂດ​ປັນ​ມູນ​ຈອມ​ເບື້ອງ ສ​ປ​ປ ເກົາ​ຫຼີ​ ໃນ​ວັນ​ທີ 29 ມີ​ນາ​ນີ້, ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ເມ​ສາ​ປີ​ນີ້.

ໃນ​ມື້​ດັ່ງ​ກ່າວ, ຄະ​ນະ​ກຳ​ມະ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສຸດຍອດ​ເໜືອ-ໃຕ້​ຂອງ ສ.ເກົາ​ຫຼີ ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ແລະ​ໄດ້​​ຕົກ​ລົງເລື່ອງ​ດັ່ງ​ກ່າວ ໂດຍ​ມີທ່ານ ມູນ​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຍັງ​ໄດ້​ຕົກ​ລົງ​ວ່າ: ສ.ເກົາ​ຫຼີ ຈະ​ສົ່ງ ທ່ານ ​ໂຈ​ມຽງໂຢນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບໄປ​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ລະ​ດັບ​ສູງ​ໃມ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ຜູ້​ທີ​ໜຶ່ງ​ຂອງ​ປະ​ເທດ​ຕົນ,ນອກ​ນີ້​ຍັງ​ຈະ​ສົ່ງ​ເຈົ້າ​ໜ້າ​ທີ່​ຊົງ​ວາ​ເດ ​ແລະ ອົງ​ການ​ຂ່າວ​ລັບ​ແຫ່ງ​ຊາດໜຶ່ງ​ຄົນ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ກະ​ຊວງ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບຂອງ ສ.ເກົາ​ຫຼີ ຈະ​ໃຫ້​ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຕໍ່ ສ​ປ​ປ ເກົາ​ຫຼີ ໃນ​ວັນ​ທີ 22 ມີ​ນາ​ນີ້. ແລະກອງ​ປະ​ຊຸມ​ລະ​ດັບ​ສູງ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ປະ​ຊຸມ,ຫົວ​ຂໍ້​ປະ​ຊຸມ, ລາຍ​ຊື່​ແລະ​ຈຳ​ນວນສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ແລະ​ລາຍ​ລະ​ອຽດ​ອື່ນໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ