ອະ​ດີດ​ປະທານາທິບໍ​ດີ​ຝຣັ່ງຖືກ​ຮ້ອງ​ຟ້ອງ​ເນື່ອງ​ຈາກ​ການ​ສໍ້​ລາດ​ບັງ​ຫຼວງ
2018-03-22 16:50:40  cri 
ສື່​ມວນ​ຊົນຕ່າງໆ​ຂອງປະ​ເທດ​ຝຣັ່ງ​ໄດ້​ອອກ​ຂ່າວ​ວ່າ: ຕອນ​ບ່າຍ​ວັນ​ທີ 21 ມີນາ​ນີ້, ທ່ານ​ນີ​ໂກ​ລັສ ຊາ​ໂຄ​ຊີ ອະດີດ​ປະທານາທິບໍດີ​ຝຣັ່ງ​ໄດ້​ຖືກ​ຮ້ອງ​ຟ້ອງ​ຈາກ​ອົງການ​ຍຸ​ຕິ​ທຳ​​ໃນ​ຂໍ້​ຫາ​ຕ່າງໆ​ ​ເຊັ່ນ ການ​ສໍ້​ລາດ​ບັງ​ຫຼວງ​ໂດຍ​ຝືນ​ໃຈ​ໂຕ​​ເອງ "ຮັບ​ເອົາ​ອຸປະຖຳ​ທີ່​ບໍ່​ເປັນ​ທຳ​ໃນ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ທົ່ວ​ໄປ" ​ແລະ "ປິດ​ອຳ​ເງິນ​ທຶນ​ສາທາລະນະ​ລີ​ບີ" ​ສະນັ້ນ, ຈຶ່ງ​ຖືກ​ຕິດຕາມ​ຄວບ​ຄຸມ ​ແລະຈຳ​ກັດ​​ເສລີພາບ​ໃນ​ການ​ອອກ​ເດີນທາງ.

ຕອນ​ເຊົ້າ​ວັນ​ທີ 20 ມີນາ​ນີ້, ທ່ານຊາ​ໂຄ​ຊີໄດ້ຖືກ​ຮຽກສອບປາກຄຳ​​ ​ແລະກັກ​ຕົວ​ໂດຍ​ອົງການ​ພາສີ​ອາກອນ​ການ​ທະນາຄານ ​ແລະ​ຕ້ານການ​ສໍ້​ລາດ​ບັງ​ຫຼວງຂອງ​ເມືອງນານ​ແຕ​ເຣີແຂວງ​​ເລ​ໂຮ​ເດິ​ເຊ​ນ ​ເນື່ອງ​ຈາກ​ວ່າທ່ານ​ໄດ້​ຮັບ​ສິນ​ບົນທາງ​ການ​ເມືອງຈາກທ່ານ​ມູມາ ມູຮາ​ມັດ ອາ​ບູ​ມິນ​ຢາ ອາລກັດດາ​ຟີ ອະ​ດີດ​ຜູ້ນຳ​ລີບີ​ໃນ​ໄລຍະ​​ແຂ່ງຂັນ​ເລືອກຕັ້ງ​ປະທານາທິບໍດີ​ໃນ​ປີ 2007. ສື່​ມວນ​ຊົນ​ຝຣັ່ງ​ເປີດ​​ເຜີຍຕື່ມວ່າ: ຕອນ​ບ່າຍ​ວັນ​ທີ 20 ມີນາ​ນີ້, ທ່ານ​ຊາ​ໂຄ​ຊີ​ເຄີຍ​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ບ້ານ​ໄດ້, ​​ແຕ່​ກໍ​ຖືກ​​ກັກ​ຕົວອີກ​ເປັນ​ເວລາ 25 ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ