ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຈັດ​ພິທີ​ສາບານ​ຕົວ​ຕໍ່ລັດຖະທຳ​ມະນູນ
2018-03-22 16:56:11  cri 
ຕອນ​ເຊົ້າ​ວັນ​ທີ 21 ມີນາ​ນີ້, ຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ພິທີ​ສາບານ​ຕົວຕໍ່​ລັດຖະທຳ​ມະ​ນູນຢູ່ຫໍ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດນະຄອນຫຼວງ​ປັກ​ກິ່ງ​ໂດຍການ​ເປັນ​ປະທານ​ຂອງ​ທ່ານ​ລີ້​ຈ້າ​ນຊູ່ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ.

ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​​ຊຸດ​ທີ 13 ໄດ້​ສິ້ນ​ສຸດ​ລົງ​ໃນ​ມໍ່ໆ​ນີ້​ ​ແລະໄດ້​ແຕ່ງ​ຕັ້ງ​ຮອງ​ເລຂາທິການ​​ໃຫຍ່​ຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​, ປະທານກຳມາ​ທິການ​ວຽກ​ງານ​ງົບປະມານ, ປະທານ​ກຳມາ​ທິການ​ກົດໝາຍ​ພື້ນຖານ​ຊຸ​ດທີ 4 ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ແລະ​ປະທານ​ກຳມາທິການ​ກົດໝາຍ​ພື້ນຖານ​ຊຸດ​ທີ 4 ຂອງ​ເຂດ​ບໍລິຫານ​ພິ​ເສດມາ​ເກົາ. ຕາມ​ການຕົກລົງ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກ່ຽວ​ກັບລະບຽບການ​ສາບານ​ຕົວຕໍ່​ລັດຖະທຳ​ມະນູນ, ດັ່ງ​ນັ້ນ, ການ​ນຳ​ທຸກ​ທ່ານ​ຕ້​ອງສາບານ​ຕົວຕໍ່​ລັດຖະທຳ​ມະນູນ​ຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ