ນັກ​ທ່ອງ​ທ່ຽວ​ຈາກ​ແຜ່ນດິນ​ໃຫຍ່​ຈີນ​​ໄປ​ທ່ຽວ​ໄທເພີ່ມ​ຂຶ້ນ 50% ​​ໃນ​ເດືອນ​ກຸມພາ​ປີນີ້
2018-03-22 16:58:24  cri 
ວັນ​ທີ 21 ມີນາ​ນີ້, ອົງການ​ທ່ອງ​ທ່ຽວ​ແຫ່ງ​ປະ​ເທດ​ໄທ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​​ເດືອນ​ກຸມພາ​ປີນີ້, ນັກ​ທ່ອງ​ທ່ຽວ​ຈາກແຜ່ນດິນ​ໃຫຍ່​ຈີນ​ໄປ​ທ່ຽວ​ໄທ​ບັນລຸ​ເຖິງ 1,2 ລ້ານກວ່າ​​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 51% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ກວມ 30% ຂຶ້ນ​​ໄປ​ຂອງ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດທັງ​ໝົດ​ຢູ່​ປະ​ເທດ​ໄທ​.

ທ່ານ​​​​ເພີງ​ພານຸ ຮອງ​ລັດຖະມົນຕີ​ກະຊວງທ່ອງທ່ຽວ ​ແລະ​ກິລາ​ຂອງ​ໄທ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ເນື່ອງ​ຈາກ​ບຸນ​ກຸດຈີນ, ​ໃນ​ເດືອນ​ກຸມພາ​ປີ​ນີ້, ນັກທ່ອງ​ທ່ຽວ​​ເຂົ້າປະ​ເທດ​ຕົນ​ລື່ນ 3,5 ລ້ານກວ່າ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 19,33% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ​ໃນ​ນີ້, ສ່ວຍ​ຫຼາຍ​ແມ່ນ​ມາ​ຈາກ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຕົ້ນຕໍ​ແມ່ນ​ປະ​ເທດ​ຈີນ, ​ແລະນັ​ກ​ທ່ອງ​ທ່ຽວ​ຈີນ​ເປັນອັນ​ດັບ 1 ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ບໍ່​ວ່າ​ຈະ​ແມ່ນຈຳນວນ​ຄົນ​ຫຼື​ວ່າ​ໃນ​ການ​ສ້າງ​ລາຍ​ຮັບ​ໃຫ້ການ​ທ່ອງ​ທ່ຽວ​ຂອ​ງ​ໄທ.

ທ່າ​ນກ່າວ​ຕື່ມ​ວ່າ: ​ເບິ່ງ​ໂດຍ​ລວມ​ແລ້ວ, 2 ​ເດືອນຕົ້ນ​ປີ​ນີ້, ນັກ​ທ່ອງທ່ຽວ​ຕ່າງ​ປະ​ເທດ​ເຂົ້າປະ​ເທດ​ໄທ​ບັນລຸ​ເຖິງ 7,11 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 15% ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ ​ເຊິ່ງ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 384,15 ຕື້​ບາດ ​ແລະ​ເພີ່ມ​ຂຶ້ນ 17,47%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ