ມຽນ​ມາ​ຈະ​ຮັບ​ເອົາ​ຜູ້​ອອກ​ຈາກ​ລັດ​ຍະ​ໄຂ່​ທີ່​ໄດ້​ຮູ້​ອັດ​ຕະ​ລັກ​ແລ້ວ​ກັບ​ຄືນ​ປະ​ເທດ
2018-03-22 15:24:29  cri 
    ຕອນ​ຄ່ຳ​ວັນ​ທີ 20 ມີ​ນານີ້, ຄະ​ນະ​ກຳ​ມະ​ການ​ຖະ​ແຫຼງ​ຂ່າວ​ມຽນ​ມາ​ອອກ​ຖະ​ແຫຼງ​ການ​ວ່າ, ລັດ​ຖະ​ບານ​ຕົນ​ຈະ​ຮັບ​ເອົາ​ຜູ້​ອອກ​ຈາກ​ລັດ​ຍະ​ໄຂ່​ທີ່​ໄດ້​ຮູ້​ອັດ​ຕະ​ລັກ​ຢ່າງ​ລະ​ອຽດ​ແລ້ວກັບ​ຄືນ​ປະ​ເທດ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ກະ​ຊວງ​ແຮງ​ງານ, ຊາວ​ຍ້າຍ​ຖິ່ນ​ຖານ​ແລະ​ປະ​ຊາ​ກອນມ​ຽນ​ມາ ໄດ້​ກວດ​ກາ​ບັນ​ຊື​ລາຍ​ຊື່ 8032 ຄົນ​​ຢ່າງ​ລະ​ອຽດທີ່​ສະ​ເໜີ​ໂດຍ​ບັງ​ກາ​ລາ​ເດັດ ແລະ​ໄດ້​ຢືນ​ຢັນ​ວ່າ,​ ມີ​ຈຳ​ນວນ 556 ຄົນ​ໃນ​ບັນ​ຊີ​ດັ່ງ​ກ່າວ​ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່​ປະ​ເທດ​ຕົນ. ປັດ​ຈຸ​ບັນ, ໄດ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຜູ້​ຄົນ​ເຫຼົ່າ​ນີ້ກັບ​ຄືນ​ປະ​ເທດ. ນອກນັ້ນ, ມຽນ​ມາ​ຍັງ​ຈະ​ສືບ​ຕໍ່​ກວດ​ກາ​ຂໍ້​ມູນ​ລະ​ອຽດ​ຂອງ​ຜູ້​​ອື່ນໆ​ໃນ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ.

    ວັນ​ທີ 25 ສິງ​ຫາ​ປີ​ຜ່ານ​ມາ, ພາກ​ເໜືອ​ລັດ​ຍະ​ໄຂ່​ຂອງ​ມຽນ​ມາ ໄດ້​ເກີດ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ, ຫຼັງ​ຈາກນັ້ນ, ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍໄດ້​ໜີ​ໄປ​ປະ​ເທດ​ບັງ​ກາ​ລະ​ເດັດ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ​. ເມື່ອ​ລັດ​ຖະ​ບານ​ສອງ​ປະ​ເທດ​ປຶກ​ສາ​ຫາ​ລື​ກັນ​ແລ້ວ ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາ ຈຶ່ງ​ໄດ້​ເຊັນ​ສັນ​ຍາເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່​ໜີອ​ອກ​ຈາກ​ລັດ​ຍະ​ໄຂ່​ນັ້ນ​ກັບ​ຄືນ​ມຽນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ