ໂຮງ​ຮຽນ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ເປີດ​ພິ​ທີ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ແຂວງ​ອີ​ໂລ​ວາ​ດີ
2018-03-22 15:26:13  cri 
    ໂຮງ​ຮຽນ​ເອີ​ໄມ​ແອ​ແຂວງ​ອີ​ໂລ​ວາ​ດີ ເຊິ່ງ​ເປັນ​ໂຮງ​ຮຽນ​ມິດ​ຕະ​ພາບ​ຈີນ-ມຽນ​ເລກ​ທີ 17 ທີ່​ຊ່ວຍ​ສ້າງ​ໂດຍ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ໄດ້​ຈັດ​ພິ​ທີ​ເປີດ​ໃນ​ວັນ​ທີ 21 ມີ​ນານີ້.

    ທ່ານ​ນາງ ຫຼີ​ສຽວ​ຢ້ຽນ ທີ່​ປຶກ​ສາ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ ກ່າວ​ຢູ່​ພິ​ທີ​ວ່າ, ຊາວ​ໜຸ່ມ​ແມ່ນ​ຄວາມ​ຫວັງ​ຂອງ​ມຽນ​ມາ ແລະ​ກໍ​ແມ່ນ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຈີນ-ມຽນ​ມາ. ສະ​ຖາ​ນາ​ທູດ​ຈີນ​ຈະ​ສືບ​ຕໍ່ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ສຶກ​ສາພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ມຽນ​ມາ. ຜ່ານ​ການ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ​ຈີນ-ມຽນ​ມາ, ໄດ້​ຫວ່ານ​ແນວ​ພັນ​ແຫ່ງ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ໄປ​ສູ່​ແຫ່ງ​ຕ່າງໆ​ຂອງ​ມຽນ​ມາ, ເຮັດ​ໃຫ້​ນັກ​ຮຽນ​ມຽນ​ມາ​ກາຍ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໂດຍ​ໄວ​ໃຫ້ຫຼາຍກວ່າ​ເກົ່າ, ອຸ​ທິດ​ກຳ​ລັງ​ຂອງ​ຕົນ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດແລະຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມຂອງ​ມຽນ​ມາ ແລະ ເພື່ອສືບ​ທອດ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ທຸກ​ເຊັ່ນ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ