ຈີນ​ປະ​ນາມ​ອາ​ເມ​ລິ​ກາ​ທີ່​ໃຊ້​ມາດ​ຕະ​ການ​ລັດ​ທິ​ປົກ​ປ້ອງ​ການ​ຄ້າພຽງ​ຝ່າຍ​ດຽວ
2018-03-23 10:02:10  cri 
ວັນ​ທີ 22 ມີ​ນາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ອາ​ເມ​ລິ​ກາ​ບໍ່​ຫົວ​ຊາ​ຕໍ່​​ລັກ​ສະ​ນະທາດ​ແທ້​ຂອງ​ສາ​ຍ​ພົວ​ພັນ​ເສ​ດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ກັນ, ບໍ່​ຫົວ​ຊາ​ຕໍ່​ຄວາມ​ເຫັນ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ບັນ​ດາ​ຝ່າຍ ໂດຍ​ຂືນ​ດຳ​ເນີນ​ການ​ສຳຫຼວດ​ຕາມ​ມາດ​ຕາ 301 ຂອງ​ກົດ​ໝາຍ​ການ​ຄ້າ​ອາ​ເມ​ລິ​ກາ​ທັງ​ປະ​ກາດ​ຄຳ​ຕັດ​ສິນ ເຊິ່ງ​ການ​ກະ​ທຳ​ເຫຼົ່າ​ນີ້​ເປັນ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ພຽງ​ຝ່າຍ​ດຽວ​ຢ່າງ​ໂດດ​ເດັ່ນ. ຈີນ​ບໍ່​ພໍ​ໃຈຢ່າງ​ຮຸນ​ແຮງ​ແລະ​ຄັດ​ຄ້ານ​ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ເດັດ​ຂາດ.

ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ກໍ​ຈະ​ສົ່ງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ​ຕົນ​ໂດຍ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ບໍ​ລິ​ໂພກ,ບໍ​ລິ​ສັດ​ແລະ​ຕະຫຼາດ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ​ໂດຍ​ກົງ ທັງ​ຈະ​ສົ່ງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ລະ​ບຽບ​ການ​ການ​ຄ້າ​ສາ​ກົນ​ແລະ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດ​ຖະ​ກິດ​ໂລກ​ອີກ​ດ້ວຍ.

ວັນ​ທີ 22 ມີ​ນາ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ປະ​ກາດ​ວ່າ​ບົນ​ພື້ນ​ຖານ​ຜົນ​ການ​ສຳຫຼວດຕາມ​ມາດ​ຕາ 301 ຂອງ​ກົດ​ໝາຍ​ການ​ຄ້າ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ຈະ​ເກັບ​ພາ​ສີ​ສູງ​ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ທັງ​ຈຳ​ກັດ​ບໍ່​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ອາ​ເມ​ລິ​ກາ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ