ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ກ່າວ​ວ່າ​ຈີນ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ
2018-03-23 16:05:03  cri 
ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ 2018 ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຕິດ​ລິນ​ອົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ວ່າ: ກອງ​ປະ​ຊຸມ​ສອງ​ສະ​ພາ​ເທື່ອ​ນີ້​ໄດ້​ສ້າງ​ພື້ນ​ຖານ​ລະ​ບອບ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ເພີ່ມ​ຄວາມ​ສາ​ມັກ​ຄີແກນ​ກາງ​ຂອງ​ຈີນ.

ທ່ານ​ເ​ອກ​ອັກ​ຄະ​ລັດ​ຖະ​ທູດ​ຕິນ​ລິນ​ອົງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ສອງ​ສະ​ພາ​ຄັ້ງ​ນີ້ທີ່​ໄດ້​​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງ​. ທ່ານ​ກ່າວ​ວ່າ:"ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ເທື່ອ​ນີ້​ໄດ້​ຈັດ​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ບັນ​ທຶກ​ເຂົ້າ​ໃນ​ລັດ​ຖະ​ທຳ​ມະ​ນູນ ເຊິ່ງ​ເປັນ​ໝາກ​ຜົນ​ສຳ​ຄັນ​ຂອງ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ເທື່ອ​ນີ້ ໂດຍ​ໄດ້​ຍຶດ​ໝັ້ນ​ແລະ​ເພີ່ມ​ທະ​ວີ​ຖາ​ນະ​ການ​ນຳ​ພາ​ຮອບ​ດ້ານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ຜ່ານ​ຈາກ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ເທື່ອ​ນີ້, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ຈີນ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ສູ້​ຊົນ​ 100 ປີ​ 2 ເຫດ​ການ​ທີ່​ຫັນ​ໜ້​າ​ສູ່​ອະ​ນາ​ຄົດ​ດ້ວຍ​ບາດ​ກ້າວ​ທີ່​ໜັກ​ແໜ້ນ."

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຕິນ​ລິນ​ອົງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ທ່ານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກວາ​ລະ​ໜຶ່ງ, ທ່ານ​ກ່າວ​ວ່າ: ນີ້​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຕົນ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ມຽ​ນ​ມາ​ກໍ​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ເຊັ່ນ​ກັນ. ຂໍ້​ລິ​ເລີ່ມ​ຕ່າງໆ​ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຊັ່ນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ","ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ"​ແລະ​ອື່ນໆ ເຮັດ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ເຊິ່ງ​ລວມ​ທັງ​ມຽນ​ມາ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຈາກ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ ແລະ​ປະ​ເທດ​ເຫຼົ່າ​ນີ້​ກໍ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ