ຊາວ​ໜຸ່ມ​6ປະ​ເທດແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຮ່ວມ​ປູກຕົ້ນ​ໄມ້​ມິດ​ຕະ​ພາບ​ແລະ​ແຂ່ງ​ຂັນ​ມິດ​ຕະ​ພາບ​ແລ່ນໄລ​ຍະ​ຍາວຢູ່​ຄຸນ​ມິງ
2018-03-23 16:10:03  cri 
ກິດ​ຈະ​ກຳ​ "ວັນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ"​ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຢູນ​ນານ ນະ​ຄອນ​ຄຸນ​ມິງ ແຂວງ​ຢູ​ນ​ນານ ສ​ປ ຈີນ​ໃນ​ວັນ​ທີ 22 ມີ​ນາ​ນີ້​ໂດຍ​ມີ​ຊາວ​ໜຸ່ມ, ນັກ​ສຶກ​ສາຫຼາຍ​ຮ້ອຍ​ຄົນ​ຈາກ 6 ປະ​ເທດ​ແ​ມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄື ຈີນ,ລາວ, ມຽນ​ມາ, ໄທ,ກຳ​ປູ​ເຈຍ​ແລະ​ຫວຽດ​ນາມ​ໄດ້​ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ ທັງ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ແລ່ນ​ໄລ​ຍະ​ຍາວ.

ກິດ​ຈະ​ກຳ​ຄັ້ງ​ນີ້​ປະ​ກອບ​ດ້ວຍ 3 ພາກ​ສ່ວນ ຄື  "ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລ່ນ​​ນຳ​ກັນ", "ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ" ແລະການ​ສຳ​ມະ​ນາ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່ນ້ຳ​ຂອງ.

ວັນ​ທີ 22 ມີ​ນາ​ນີ້, ຫຼັງ​ພິ​ທີ​ເປີດ​ກິດ​ຈະ​ກຳ,ຜູ້​ແທນ​ຊາວ​ໜຸ່ມ 6 ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້​ຮ່ວມ​ກັນ​ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຈາກ​ນັ້ນ​ກໍ​ໄດ້​ແຂ່ງ​ຂັນ​ແລ່ນ​ໄລ​ຍະ​ຍາວ, ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງສະ​ເໝີ​ພາບ,ຊ່ວຍ​​ເຫຼືອ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ, ສະ​ໜິດ​ສະ​ໜົມ​ກັນ​ເໝືອນ​ດັ່​ງ​ຄົນ​ໃນ​ຄອບ​ຄົວ​ດຽວ​ກັນ.

ໃນ​ການ​ສຳ​ມະ​ນາ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຊ່ຽວ​ຊານ​ທີ່​ຮ່ວມ​ປະ​ຊຸມ​ໄດ້​​ປຶກ​ສາຫາ​ລື​ບັນ​ຫາ​ຕ່າງໆ​ເປັນ​ຕົ້ນ ຜົນ​ສຳ​ເລັດ​ທີ່​ຍາດ​ມາ​ໄດ້​ນັບ​ແຕ່​ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ຕົ້ນ​ມາ, ສິ່ງ​ທ້າ​ທາຍ​ທີ່​ກຳ​ລັງ​ຜະ​ເຊີນ​, ເຮັດ​ແນວ​ໃດ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ