ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍ​ອາ​ຟ​ຣິກ​ກາ​ເສີມ​ສ້າງ​ຄວາມ​ສາ​ມາດການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ
2018-03-23 16:38:26  cri 
ທ່ານ​ມາ​ຈ່າວ​​ຊີ້ວ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ວົງ​ກວ້າງ​ເພື່ອ​ພິ​ຈາ​ລະ​ນາ​ບັນ​ຫາ​ສັ​ນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ຟ​ຣິກ​ກາ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມີ​ນາ​ນີ້​ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຊ່ວຍ​ເຫຼືອ​ອາ​ຟ​ຣິກ​ກາເສີມ​ສ້າງ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ.

ທ່ານ​ກ່າວ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ປະ​ເທດ​ອາ​ຟ​ຣິກ​ກາ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ​ດຽວ​ກັນ,ຮ່ວມ​ກັນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ​ແກ້​ໄຂ​ບັນ​ຫາ​ອາ​ຟ​ຣິກ​ກາ​ດ້ວຍ​ວິ​ທີ​ຂອງ​ຕົນ, ເພີ່ມ​ທະ​ວີ​ການ​ສ້າງ​ກົນ​ໄກ​ຄວາມ​ໝັ້ນ​ຄົງ​ລວມ​ໝູ່​ອາ​ຟ​ຣິກ​ກາ, ຈີນ​ສະ​ແດງ​ຄວາມ​​ຍ້ອງ​ຍໍຊົມ​ເຊີຍ​​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້. ພ້ອມ​ດຽວ​ກັນ​ນັ້ນ, ອາ​ຟ​ຣິກ​ກາ​ຍັງ​ຄົງຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ, ຢູ່​ບາ​ງ​ເຂດ​ແຄວ້ນ, ການ​ເຄື່ອນ​ໄຫວ​ລັດ​ທິ​ກໍ່​ການ​ຮ້າຍ, ການ​ເຄື່ອນ​ໄຫວ​ຫົວ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ແລະ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ມີຫຼາຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ມີ​ການ​ຈັດ​ຕັ້ງ​ເປັນ​ຕົ້ນ ການ​ຄ້າ​ຢາ​ເສບ​ຕິດ, ການ​ຄ້າ​ຂາຍ​ມະ​ນຸດ​ແລະ​ອື່ນໆ​ຍັງ​ຄົງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ອາ​ຟ​ຣິກ​ກາ. ​ດ້ວຍ​ເຫດ​ນີ້, ປະ​ຊາ​ຄົມ​ໂລກຄວນ​ຊ່ວຍ​ອາ​ຟ​ຣິກ​ກາ​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ສາ​ມາດ​​ໃນ​ການຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ