ຜູ້​ນຳ​ຕ່າງ​ປະ​ເທ​ດ​ຊົມ​ເຊີຍ​ທ່ານ ສີ​ຈິ້ນ​ຜິງ ທີ່​ໄດ້ຮັບ​ເລືອກ​ຕັ້ງ​ເປັ​ນ​ປະ​ທານ​ປະ​ເທດ
2018-03-23 11:32:38  cri 
ຫວ່າງ​ມໍ່ໆ​ມາ​ນີ້, ຜູ້​ນຳ​​ແລະ​ຫົວ​ໜ້າ​ພັກ​ການ​ເມືອງ​ຕ່າງໆຂອງ​ບາງ​ປະ​ເທດ​ໄດ້​​ສົ່ງ​ໂທ​ລະ​ເລກ​ແລະ​ຈົດ​ໝາຍ​ໄປ​ຍັງ​ທ່ານ ສີ​ຈິ້ນ​ຜິງ ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານທີ່ໄດ້ຮັ​ບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

​ເນື້ອ​ໃນ​ໂທ​ລະ​ເລກ​ຂອງທ່ານ ແຟຼງ ວອນ​ເຕີ ສ​ເຕັນ​ເມ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ລະ​ບຸ​ວ່າ: ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ແລະ​ອວຍ​ພອນຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 1 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ຮ່ວມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ທີ່​ແໜ້ນ​ແຟ້ນ​ແລະ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ເຢ​ຍ​ລະ​ມັນ-ຈີນ.

ທ່ານນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ໃນ​ໂທ​ລະ​ເລກ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ເຢຍ​ລະ​ມັນ-ຈີນ​ໄດ້​ສ້າງ​ຂອບ​ທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ທີ່​ໃຫຍ່​ຫຼວງກວ່າ​ເກົ່າ. ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ແລະຊົມ​ເຊີຍ​ຂໍ​ໃຫ້​ທ່ານ​ຈົ່ງ​​ໄດ້​ຮັບ​ຜົນ​ສຳ​ເລັດ​ຕໍ່​ໄປ​ໃ​ນ​ຖາ​ນະ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ຈີນ.

ທ່ານ ຊາວ​ລີ ໄວ​ນາ​ໂມ ນິ​ນິ​ສ​ໂຕ ປະ​ທາ​ນາ​ທິ​ບໍ​ດີ​ແຟງ​ລັງ​ກ່າວ​ວ່າ: ໃນ​ເດືອນ​ເມ​ສາ​ປີ 2017, ທ່ານ​ໄດ້​ຢ້ຽມ​ຢາມແຟງ​ລັງ​ທາງ​ລັດ​ຖະ​ກິດ​, ພວກ​ເຮົາ​ໄດ້​ວາງ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​​ໃນ​ຂົງ​ເຂດ​ທີ່ກວ້າງ​ຂວາງ​ຢ່າງ​ຮອບ​ດ້ານ. ປັດ​ຈຸ​ບັນ,ສອງ​ຝ່າຍ​ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ແຜນ​ການ​ວຽກ​ງານ​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ລະ​ຫວ່າ​ງ​ສອງ​ຝ່າຍ​ທີ່ອ​ວ່າຍ​ໜ້າ​ໄປສູ່​ອະ​ນາ​ຄົດ. ເຊື່ອ​ວ່າແຜນ​ການ​ດັ່ງ​ກ່າວ​ຈະ​ຊີ້​ແຈ້ງທິດ​ທາງໃຫ້​ແກ່​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ,ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ.

ນອກ​ຈາກ​ນີ້, ພາ​ລາ​ຊະ​ນີ ມາ​ກາ​ເລັ​ທ​ທີ ສອງ ຂອງ​ດານ​ມາກ, ທ່ານ ເອັນ​ຣິກ ເປ​ນາ ນີ​ໂຕ ປະ​ທາ​ນາ​ທິ​ບໍ​ດີ​ແມັກ​ຊິກ ແລະ​ທ່ານ ຟີ​ລິບ ອູ​ຈາ​ໂນ​ວິກ ປະ​ທາ​ນາ​ທິ​ບໍ​ດີມອນ​ຕີ​ນີ​ໂກ​ຣກໍ່​ໄດ້​ສົ່ງ​ໂທ​ລະ​ເລກ​ຫຼື​ຈົດ​ໝາຍ​ໄປ​ຍັງ​ທ່ານ​ປະ​ທານ​ ສີ​ຈິ້ນ​ຜິງ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ