ລາຍ​ການ "ຈີນ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ" ຈະອອກ​ອາ​ກາດ​ຢູ່​ອິນ​ໂດ​ເນ​ເຊຍ
2018-03-23 16:03:54  cri 
ຕາມ​ຂ່າວCRI: ວັນ​ທີ 22 ມີ​ນາ​ນີ້, ພິ​ທີ​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ລາຍ​ການ "ຈີນ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ" ລະ​ຫວ່າງໂທ​ລະ​ພາບກວາງ​ຊີ​ຈີນ​ແລະ​ໂທ​ລະ​ພາບ​Orange TV ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ລາຍ​ການ​ດັ່ງ​ກ່າວ​ຈະ​ອອກອ​າ​ກາດກ່ຽວ​ກັບ​ສາ​ລະ​ຄະ​ດີ​ດີ​ເດັ່ນ​ທີ່​ຈີນ​ຜະ​ລິດ​,ຕອນ​ລະ 30 ນາ​ທີ, ທຳ​ອິ​ດ​ຈະ​ອອກ​​ອາ​ກາດຢູ່​ໂທ​ລະ​ພາບ Orange TV ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້,ທຸກວັນ​ເສົາ​ແລະ​ວັນ​ອາ​ທິດ 1 ເລື່ອງ, ເຊິ່ງ​ເປັນ​ການ​ເປີດ​ປ່ອງ​ຢ້ຽມ​​ຕື່ມອີກ​ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໃນ​ການ​ຊອກ​ຮູ້​ຈີນ​ຢ່າງ​ເລິກ​ເຊິ່ງ. ຜ່ານ​ກາ​ນ​ອອກ​ອາ​ກາດ​ສາ​ລະ​ຄະ​ດີ​ທີ່​ດີ​ເດັ່ນ​ຂອງຈີນ​ດັ່ງ​ກ່າວ ຈະເຮັດ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ສາ​ມາດ​ສຳ​ຜັດ​ກັບ​ຈີນ​ທີ່​ມີ​ຫຼາຍ​ເຄົ້າ,ເປີດ​ປະ​ຕູ,​ມີ​ມູນ​ເຊື້ອ​ແລະ​ການປ່ຽນ​ແປງໃໝ່,ແລ​ະ​ສາ​ມາດ​ຮັບ​ຮູ້​ຄວາມ​ສວຍ​ງາມ​ຂອງ​ແມ່​​ນ້ຳ​ລຳ​ເຊແລະ​ສາຍ​ພູ,ຄວາມ​ສວຍ​ງາມ​ຂອງວັດ​ທະ​ນະ​ທຳ​ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ໂດຍ​ກົງ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ