ປະ​ທາ​ນາ​ທິ​ບໍ​ດີມານ​ດິຟ​ປະ​ກາດ​ຍົກ​ເລີກ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ
2018-03-23 16:44:28  cri 
ວັນ​ທີ 22 ມີ​ນາ​ນີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​ຟ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ເຖິງວ່າ​ປະ​ເທດ​ຕົນ​ໄດ້​ຜະເຊີນ​ກັບ​ການ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ລະ​ດັບ​ໃດ​ໜຶ່ງ​ກໍ່​ຕາມ, ແຕ່​ປັດ​ຈຸ​ບັນ ສະ​ຖາ​ນະ​ການ​ຕ່າງໆ​ພາຍ​ໃນ​ປະ​ເທດ​ໄດ້​ເຂົ້າ​ສູ່​ສະ​ພາບປົກ​ກະ​ຕິ​ແລ້ວ. ພາຍ​ໃຕ້​ຂໍ້​ສະ​ເໜີ​ຈາກ​ພາກ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ທ່ານ ອັບ​ດຸນ​ລາ ຢາ​ເມັນ ປະ​ທາ​ນາ​ທິ​ບໍ​ດີ​ມານ​ດິ​​ຟ​ຈຶ່ງໄດ້​ປະ​ກາດຍົກ​ເລີກ​ພາ​ວະ​ສຸກ​ເສີນ​ໃນທົ່ວ​ປະ​ເທດ​ໃນ​ມື້​ດັ່ງ​ກ່າວ.

ໃນ​ວັນ​ທີ 1 ກຸມ​ພາ​ຜ່ານ​ມາ, ສານ​ສູງ​ສຸດ​ຂອງ​ມານ​ດິ​ຟ​ໄດ້​​ອອກ​ຄຳ​ສັ່ງ​ ຢ່າງ​ກະ​ທັນ​ຫັນ ໂດຍ​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ຜູ້​ນຳ​ພັກຝ່າຍ​ຄ້ານ 9 ຄົນ​ເຊິ່ງ​ລວມ​ທັງ​ທ່ານ ໂມ​ຮາ​ເມັດ ນາ​ຊິດ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂດຍ​ບໍ່​ໄດ້​ຮັບ​ໂທດ​ແຕ່​ຢ່າງ​ໃດ. ວັນ​ທີ 4 ເດືອນ​ດຽວ​ກັນ, ສານ​ສູງ​ສຸດ​ມານ​ດິ​ຟ​ໄດ້​ອອກ​ຄຳ​ຕັດ​ສິນ​ອີກ​ເທື່ອ​ໜຶ່ງ ໂດຍ​ລະ​ບຸ​ວ່າ​ຍ້ອນ​ທ່ານ ຢາ​ເມັນ ປະ​ຕິ​ເສດ​ການ​ປ່ອຍ​ຕົວ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ສະ​ນັ້ນ​ຈະ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ​ຢາ​ເມັນ​ອອກ​ຈາກ​ຕຳ​ແໜ່ງ. ຫຼັງ​ຈາກ​ນັ້ນ,ໃນ​ຕອນ​ຄ່ຳ​ວັນ​ທີ 5 ກຸມ​ພາ​ຜ່ານ​ມາ, ທ່ານ ຢາ​ເມັນ​ຈຶ່ງ​ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເປັນ​ເວ​ລາ 15 ວັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ