ທ່ານ​ສີ​ຈິ້ນ​ຜິ​ງ​ສົນທະນາ​ຜ່ານ​ທາງໂທລະ​ສັບ​ກັບທ່ານ​ເອມມາ​ນູ​ເອລ ມາຄຼົງ ປະທານາທິບໍດີ​ຝຣັ່ງ
2018-03-23 16:56:13  cri 
ວັນ​ທີ 22 ມີນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານທາ​ຄຼົງ ປະທານາທິບໍດີຝຣັ່ງ.

ທ່ານ​ມາ​ຄຼົງໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນປະທານ​ປະ​ເທດ​ຈີນ​ອີກ​ວາລະ​ໜຶ່ງ ​ແລະ​ກ່າວ​ວ່າ: ຂ້າ​ພະ​ເຈົ້າຫວງ​​ແຫ​ນ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ປະ​ເທດ​ຕົນ​​ ​ແລະ​ຈີນ, ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງ​ຕໍ່​ໝາກຜົນ​ຕ່າງໆ​ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ສອງ​ສະພາ​ທົ່ວ​ປະ​ເທດ​ຈີນ ​ແລະ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນທີ່​ເປັນ​ເອກະພາບ​ທີ່​ສຳຄັນ​ໃນ​ການ​ລົງ​ເລິກ​ສາຍ​ພົວພັນ​ຝຣັ່ງ-ຈີນ. ການ​ນຳ​ຂັ້ນ​ສູງ​ລະຫວ່າງສອງ​ຝ່າຍ​ຄວນ​​ໄປມາຫາ​ສູ່​ກັນ​ຢ່າງ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ, ລົງ​ເລິກ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ກະສິກຳ, ພະລັງງານ​ນິວ​​ເຄລຍ, ສິ່ງ​ແວດ​ລ້ອມ ​ແລະ​ອື່ນໆ, ​ເພີ່ມ​ທະວີ​ການ​ແລກປ່ຽນ​​ ​ແລະ​ປະສານ​ງານ​ໃນ​ບັນຫາ​​ໂລກາ​ພິວັດ ​ເຊັ່ນ: ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຮັກສາ​ລະ​ບົບກາ​ນຄ້າ​ຫຼາຍ​ຝ່າຍ, ປ້ອງ​ກັນ​ຄວາມ​ສ່ຽງ​ການ​ທະນາຄານ ​ແລະ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປີ​ນີ້​ແມ່ນປີ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ. ກອງ​ປະຊຸມ​ສອງ​ສະພາ​ທົ່ວ​ປະ​ເທດ​ຈີນ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ມໍ່ໆ​ນີ້​ມີ​ຄວາມ​ສຳຄັນ​ໃນ​ກາ​ນພັດທະນາ​ປະ​ເທດ​ຕົນ​ໃນ​ອະນາຄົດ. ​ໃນ​ໄລຍະ​ຕໍ່ໜ້າ, ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ, ​​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ ​​ເພື່ອ​ບັນລຸ​ການ​ພັດທະນາ​ໃຫຍ່ກວ່າ​ເກົ່າ, ຂະນະ​ດຽວ​ກັນກໍ່ຈະ​ປະກອບສ່ວນ​​​ໃຫຍ່ຫຼວງ​ກວ່າ​​ເກົ່າ​ໃນໂລກ. ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບປະ​ເທດ​ຝຣ່ັງ, ​ເພີ່ມທະວີ​ການ​​ແລກປ່ຽນ ​ແລະ​ປະສານ​ສົມທົບດ້ານ​ຍຸດ​ທະ​ສາດ, ສຸມ​ໃສ່ຮັກສາ ​ແລະ​ປັບປຸງ​ລະບຽບການສາກົນ ​ແລະ​ລະບົບ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ, ຍຶດ​ຖື​ລັດທິ​ຫຼາຍ​ຝ່າຍ, ສົ່ງ​ເສີມການ​ເປັນ​ຫຼາຍຂົ້ວຂອງ​ໂລກ, ​ຊຸກຍູ້ເສດຖະກິດ​ໂລກາ​ພະ​ວັດ ​ແລະ​​ສ້າງ​ລະບົບ​ການ​ຄ້າ​ທົ່ວ​ໂລກ​ທີ່​​ເປີດ​ປະ​ຕູຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ