ສະພາ​ປະຊາຊົນ​ມຽນມາ​ເລືອກ​ປະທານ ​ແລະ​ຮອງ​ປະທານສະພາ​ຄົນ​ໃໝ່
2018-03-23 16:57:44  cri 
ວັນ​ທີ 22 ມີນາ​ນີ້, ສະພາ​ປະຊາຊົນ​ມຽນມາ​ໄດ້​ເລືອກ​ທ່ານ​​ຕີຮູນ​ມຽດ ​​ແທນ​ທ່ານ​ວີນ​ມິນທີ່​​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​ກາຍ​ເປັນ​ປະທານ​ສະພາປະ​ຊາ​ຊົນ​ມຽນມາຄົນໃໝ່.

​ຫຼັງ​ຈາກ​ນັ້ນ, ​ສະພາ​ປະຊາຊົນ​ມຽນມາ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງຮອງ​ປະທານ ​ເຊິ່ງມີ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 2 ຄົນ ຄື ທ່ານ​​ຕຸ​ນຕຸ​ນ​ຮ່ຽນ ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ສັນນິບາດ​ແຫ່ງ​ຊາດ​ ​ເພື່ອ​ປະຊາທິປະ​ໄຕ​​ມຽນມາ(ULD) ​ແລະ​ທ່ານ​ມ່ອງ​ຕີນ ສະມາຊິກສະພາ​ຈາກພັກສາມັກ​ຄີ ​ແລະ​ກາ​ນພັດທະນາ​ສະຫະພັນມຽນມາ(USDP). ​ແລ້ວທ່ານ​ຕຸ​ນຕຸ​ນ​ຮ່ຽນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະພາປະຊາຊົນ​ໂດຍ​ມີ​ຄະ​ແນນສະໜັບສະໜູນ 270 ຄະ​ແນນ, ຄັດຄ້ານ 133 ຄະ​ແນນ ​ແລະບໍ່​ອອກສຽງ 1 ທ່ານ. ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແລ້ວ, ທ່ານ​​ຕີ​ຮູ​ນມຽດ ​ແລະ​ທ່ານ​​ຕຸນຕຸ​ນ​ຮ່ຽນກໍ​ໄດ້​ສາບານ​ຕົວ​​ດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ