ສະ​ມາ​ຊິກ WTO ​ກ່າວເຕືອນວ່າ ອາ​ເມ​ລິ​ກາ​ເກັບ​ພາ​ສີ​ສູງ​ຕໍ່​ເຫຼັກ​ກ້າ​ແລະ​ອະ​ລູ​ມີ​ນຽມຈະ​ກະ​ທົບ​ເຖິງ​ລະ​ບົບ​ການ​ຄ້າ​ຫຼ​າຍ​ຝ່າຍ​ຂອງ​ໂລກ
2018-03-24 16:09:15  cri 
ໃນ​ກອງ​ປະ​ຊຸມ​ສະ​ພາ​ການ​ຄ້າ​ສິນ​ຄ້າຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ມີ​ນານີ້, 40 ກວ່າສະ​ມາ​ຊິກ WTO ເຊິ່ງ​ລວມ​ທັງ 28 ສະ​ມາ​ຊິກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ໄ​ດ້​ປະ​ກອບ​ຄຳ​ເຫັນໂດຍ​ກ່າວ​ເຕືອນ​ວ່າ: ອາ​ເມ​ລິ​ກາ​ເກັບ​ພາ​ສີ​ສູງຕໍ່​ເຫຼັກ​ກ້າ​ແລະ​ອະ​ລູ​ມີ​ນຽມ​ທີ່​ນຳ​ເຂົ້າ​ນັ້ນ ບໍ່​ພຽງ​ແຕ່​ຈະ​ກະ​ທົບ​ເຖິງ​ຜົນ​ປະ​ໂຫຍດ​ດ້ານ​ການ​ຄ້າ​ຂອງ​ນັກ​ທຸ​ລະ​ກິດ​ເທົ່າ​ນັ້ນ, ຍັງ​ຈະ​ກະ​ທົບ​ເຖິງ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຂອງ​ໂລກ​ທີ່​ສ້າງຂຶ້ນ​ຢູ່​ບົນ​ພື້ນ​ຖານ​ກົດ​ລະ​ບຽບ.

WTO ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຜູ້​ຕາງ​ໜ້າ​ຂອງ​ຈີນ​ກ່າວວ່າ, ມາດ​ຕະ​ການ​ດັ່ງ​ກ່າວຂອງ​ອາ​ເມ​ລິ​ກາໄດ້​ລະ​ເມີດ"ສັນ​ຍາ​ລວມ​ວ່າ​ດ້ວຍ​ພາ​ສີ​ແລະ​ການ​ຄ້າ"ແລະ"ສັນ​ຍາ​ວ່າ​ດ້ວຍ​ມາດ​ຕະ​ການ​ຮັບ​ປະ​ກັນ"ຂອງ WTO. ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ໃຊ້​ມາດ​ຕະ​ການ​ແຕ່​ຝ່າຍ​ດຽວ, ເຄົາ​ລົບ​ກົດ​ລະ​ບຽບ​ຂອງ WTO, ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ.

ຜູ້​ຕາງ​ໜ້າ​ຂອງ​ຣັດ​ເຊຍ​ກ່າວ​ວ່າ: ມາດ​ຕະ​ການ​ເກັບ​ພາ​ສີ​ຂອງ​ອາ​ເມ​ລິ​ກາບໍ່​ສອດ​ຄ່ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ທີ່​ໃ​ຫ້​ໄວ້ຕາມ​ກົດ​ລະ​ບຽບ​ຂອງ WTO, ຣັດ​ເຊຍ​ຫວັງ​ວ່າ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ເລື່ອງນີ້. ຜູ້​ຕາງ​ໜ້າ​ຂອງ​ຍີ່​ປຸ່ນ ນິວ​ຊີ​ແລນ ອົ​ສ​ຕຼາ​ລີ ອິນ​ເດຍ​ ແລະ​ປະ​ເທດ​ອື່ນໆກໍ່​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ແລະ​ຄວາມ​ເປັນ​ຫ່ວງ​ຕໍ່​ມາດ​ຕະ​ການ​ໃໝ່​ຂອງ​ອາ​ເມ​ລິ​ກາ ແລະຮຽກ​ຮ້ອງ​ໃຫ້ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ.

ທ່ານ​ໂຣ​ເປີ​ໂຕ ອາ​ເຊ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ WTO ກ່າວ​ຄຳ​ປາ​ໄສວ່າ: ຫວັງ​ວ່າ​ບັນ​ດາ​ສະ​ມາ​ຊິກ​ຂອງ WTO ສືບ​ຕໍ່​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ຂອງ​ຕົນ​ໂດຍ​ຜ່ານ​ກົນ​ໄກ WTO, ຊອກ​ຫາ​ວິ​ທີ​ແກ້​ໄຂ​ທີ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້. ການ​ກະ​ທຳ​ອື່ນໆ​ທັງ​ໝົດ​ລ້ວນ​ແຕ່​ຈະ​ເພີ່ມ​ຄວາມ​ສ່ຽງ​ທີ່​ເຮັດ​ໃຫ້​ການ​ຕໍ່​ຕ້ານ​ກັນ​ຮຸນ​ແຮງ​ຂຶ້ນຕື່ມ​ຢ່າງ​ຫຼວງ​ຫຼາຍ, ໃນ​ທີ່​ສຸດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທຸກ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ