ຣັດ​ເຊຍ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ທ່ານ​ປູ​ຕິນ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ
2018-03-24 15:31:10  cri 
ວັນ​ທີ 23 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູນ​ກາງ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​ຜົນ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປະ​ເທດ​ຕົນ​ວ່າ ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ນີ້​ໂດຍ​ໄດ້​ບັດ​ເຫັນ​ດີ 76,69%, ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງຫຼາຍກວ່າ 56 ລ້ານ​ຄົນ​ໄດ້ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ທ່ານ​ປູ​ຕິນ. ມື້​ດຽວ​ກັນ, ທ່ານ​ປູ​ຕິນ​ໄດ້​​ກ່າວ​ປາ​ໄສ​ທາງ​ໂທ​ລະ​ພາບ​ຕໍ່​ປະ​ຊາ​ຊົນ​ທົ່ວປະ​ເທດວ່າ: ຣັດ​ເຊຍຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເພີ່ມ​ຄວາ​ມ​ສົມ​ບູນ​ພູນ​ສຸກ​ໃຫ້ປະ​ຊາ​ຊົນ ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສາ​ມັກ​ຄີ​ກັນ​ເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດ.

ໂອ​ກາດ​ປາ​ໄສ​ທາງ​ໂທ​ລະ​ພາບ, ທ່ານ​ປູ​ຕິນ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ໃຫຍ່ຫຼວງ​ແລະ​ປະ​ຊາ​ຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທຸກ​ຄົນ​ທີ່​​ມີ​ຄວາມ​ຫ້າວ​ຫັນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ​ຂອບ​ໃຈ​ເຂົາ​ເຈົ້າ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ສຳ​ນຶກ​ພົນ​ລະ​ເມືອງ,ຄວາມ​ຮັບ​ຜິດ​ຊອບ​ແລະ​ຄວາມ​ສາ​ມັກ​ຄີ​ໃນ​ເວ​ລາ​ທີ່​ປະ​ເທດ​ຕົນ​ກຳ​ລັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ. ທ່ານ​ປູ​ຕິນ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ແມ່ນ​ມີ​ຂຶ້ນ​ບົນ​ພື້ນ​ຖານ​ຜົນ​ງານ​ຈຳ​ນວນ​ໜຶ່ງ​ທີ່​ຍາດ​ມາ​ໄດ້ແລ້ວ.

ຫຼັງ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ປູ​ຕິນ​ໄດ້​ກ່າວ​ມາຫຼາຍ​ເທື່ອ​ວ່າ: ການ​ປະ​ດິດ​ສ້າງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ການ​ເພີ່ມ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ເປັນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງວາ​ລະ​ຕໍ່​ໜ້າ​ຂອງ​ຕົນ. ຕາມ​ກົດ​ໝາຍ​ຣັດ​ເຊຍ, ທ່ານ​ປູ​ຕິນ​ຈະ​ສາ​ບານ​ຕົວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ທີ່​ຈະ​ມາ​ເຖິງ​ນີ້, ຈາກ​ນັ້ນ ຈະ​ຕົກ​ລົງ​ຄະ​ນະ​ລັດ​ຖະ​ບານ​ຣັດ​ເຊຍ​ຊຸດໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ