ຮອງ​ປະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ
2018-03-24 15:37:11  cri 

ວັນ​ທີ 23 ມີ​ນາ​ນີ້, ຢູ່​ຫໍ​ຮັບ​ແຂກ​ຈື້ກວ່າງ​ເກີ​ຈົ່ງ​ນານ​ໄຫ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ສີ​ຊ່ານ ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ.

ທ່ານ​ຫວາງ​ສີ​ຊ່ານ​ກ່າວ​ວ່າ: ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາ​ດ​ຈີນ​ທີ່​ຫາ​ກໍ​​ອັດ​ລົງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ໄດ້​ເລືອກ​ຕັ້ງ​ການ​ນຳ​ອົງ​ການ​ຈັດ​ຕັ້ງຂອງ​ລັດ​ແລະ​​ການ​ນຳສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຊຸດ​ໃໝ່, ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ແນວ​ຄິດ​ສີ​ຈິ້ນ​ຜິງກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ຈີນ​ຈະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາມ​ຝັນ​ຂອງ​ຈີນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ຟີ​ລິບ​ປິນ​ເປັນ​​ປະ​ເທດເພື່ອນ​ບ້ານ​ທີ່​ມີໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ. ​ພາຍ​ໃຕ້ຄວາມ​ເອົາ​ໃຈ​ໃສ່​ ແລະ​ການ​ນຳ​ພາຮ່ວ​ມ​​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຣດ​ຣີ​ໂກ ດູ​ເຕີ​ເຕະ, ສາຍ​ພົວ​ພັນ​ຈີນ-ຟີ​ລິບ​ປິນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ແລະ​ກ້າວ​ສູ່​ລວງ​ເລິກ​​​ພ້ອມ​ທັງຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ. ປີ​ໃໝ່ 2018 ນີ້, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ມຸ່ງ​ໜ້າ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ, ວາງ​ແຜນ​ເສີ​ມ​ຂະ​ຫຍາຍ​ການພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈາກ​ດ້ານ​ຍຸດ​ທະ​ສາດ​ແລະ​ໄລ​ຍ​ະ​ຍາວ​ໄກ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸ​ກ​ລັດ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​​ກັນ​ຢ່າງເໝາະ​ສົມ, ເພີ່​ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ຄາ​ເຢ​ຕາ​ໂນ​ຊົມ​ເຊີຍ​ຢ່າ​ງ​ສຸດ​ໃຈ​ຕໍ່ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ທີ່​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ແລະ​ຢືນ​ຢັນວ່າ: ຟີ​ລິບ​ປິນ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຟີ​ລິບປິນ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ