ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າ​ວວ່າ ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ເຂົ້​າ​ສູ່​ເຂດເກາະ​ຕ່າງໆຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ບໍ່​ໄດ້​ຮັບ​ການອະ​ນຸ​ຍາດ​ນັ້ນເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ທາງ​ການ​ເມືອງ​ແລະ​ການ​ທະ​ຫານ​ຢ່າງ​ໜັກ​ໜ່ວງ
2018-03-24 16:49:28  cri 
ວັນ​ທີ 23 ມີ​ນາ​ນີ້, ກຳ​ປັ່ນ​ຂັບ​ໄລ່​​ດ້ວຍລູກ​ສອນ​ໄຟ "Mustin"ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້ເຂົ້າ​ສູ່​ເຂດ​​ເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​. ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານ​ເຢິນ​ໂກ​ສຽງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: ກຳ​ປັ່ນ 570 ແລະ​ກຳ​ປັ່ນ 514 ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງວ່ອງ​ໄວ​ໂດຍ​ໄດ້​ກວດ​ກາແລະ​​ຢືນ​ຢັນ​ແລ້ວເຕືອນ​ພ້ອມ​ທັງ​ຂັບໄລ່ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​​ອອກ​ຈາກ​ເຂດດັ່ງ​ກ່າວ​​ຢ່າງຖືກ​ຕ້ອງຕາມ​ກົດ​ໝາຍ.

ທ່ານ​ເຢິນ​ໂກ​ສຽງ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ມີ​ອະ​ທິ​ປະ​ໄຕ​ຕໍ່​ໝູ່​ເກາະ​ຕ່າງໆ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ໃກ້​ຄຽງ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ບໍ່​ສາ​ມາດ​ໂຕ້​ຖຽງ​ກັນ​ໄດ້, ແຕ່​ອາ​ເມ​ລິ​ກາ​ສົ່ງ​ກຳ​ປັ່ນ​ຮົບ​ເຂົ້າ​ສູ່​ເຂດ​ເກາະ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ບໍ່​ໄດ້​ຮັບການ​ອະ​ນຸ​ຍາດຫຼາຍ​ຄັ້ງ​ຕິດ​ຕໍ່​ກັນ ເຊິ່ງ​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ ແລະ​ເປັນ​ການ​ລະ​ເມີດ​ກົດ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ ທັງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ເຢິນ​ໂກ​ສຽງ​ກ່າວ​ຕື່ມ​ວ່າ: ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ໄດ້​ທຳ​ລາຍ​ບັນ​ຍາ​ກາດ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ແລະ​ສອງກອງ​ທັບ​ຈີນ-ອາ​ເມ​ລິ​ກາ, ເຮັດ​ໃຫ້​ກຳ​ລັງ​ທະ​ຫານ​ເຮືອ​ແລະ​ທະ​ຫານ​ອາ​ກາດ​ຂອງ​ສອງ​ຝ່າຍ​ຜະ​ເຊີນໜ້າ​ກັນ​ໃນ​ໄລ​ຍະ​ໃກ້ ເຊິ່ງອາດ​ເປັນ​ເຫດ​ເຮັດ​ໃຫ້​ເກີດການຜິດ​ພາດ​ແລະ​ນຳ​ໄປ​ສູ່​ການເກີດ​ເຫດທາງ​ທະ​ເລ​ແລະ​ທາງ​ອາ​ກາດ​ເໜືອ​ຄວາມ​ຄາດ​ໝາຍ​ໄດ້​ຢ່າງ​ງ່າຍ​ດາຍ​ທີ່​ສຸດ, ຖື​ວ່າ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ທາງ​ການ​ເມືອງ​ແລະ​ການ​ທະ​ຫານ​ຕໍ່​ຈີນ​ຢ່າງ​ໜັກ​ໜ່ວງ. ກອງ​ທັບ​ຈີ​ນ​ຄັດ​ຄ້ານ​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ