ມາ​ກາວ​ຈັດ​ງານ​ລາ​ຕີລະ​ລຶກ​ກົດ​ໝາຍ​ພື້ນ​ຖານ​ປະ​ກາດ​ໃຊ້​ຄົບ​ຮອບ 25 ປີ
2018-03-25 15:35:05  cri 

ເພື່ອ​ລະ​ລຶກ​ກົດ​ໝາຍ​ພື້ນ​ຖານ​ເຂດ​ບໍ​ລິ​ຫານ​ພິ​ເສ​ດ​ມາ​ກາວ​ປະ​ກາດ​ໃຊ້​ຄົ​ບ​ຮອບ 25 ປີ, ຕອນ​ຄ່ຳ​ວັນ​ທີ 23 ມີ​ນາ​ນີ້, ງານ​ລາ​ຕີ​​ລ​ະ​ລຶກ​ກົດ​ໝາຍ​ພື້ນ​ຖານ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ປະ​ກາດ​ໃຊ້​ຄົບ​ຮອບ 25 ປີ​ທີ່​​ຮ່ວມຈັດ​ໂດຍ​ສະ​ມາ​ຄົມ​ເຜີຍ​ແຜ່​ກົດ​ໝາຍ​ພື້ນ​ຖານ​, ກົມ​ວຽກ​ງານ​ກົດ​ໝາຍ, ກົມ​ວຽກ​ງານ​ພາຍ​ໃນແລະ​ກົມ​ການ​ສຶກສາ​​ແລະ​ຊາວ​ໜຸ່ມ​ຂອງ​ມາ​ກາວ, ສະ​ຫະ​ພັນ​ນັກ​ຮຽນ​ຈີນ​ມາ​ກາວ​ແລະ​ສະ​ມາ​ຄົມ​ຊາວ​ໜຸ່ມ​ໃໝ່​ຈີນ​ຂອງ​ມາວ​ກາວ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ລະ​ຄອນທາດມາ​ກາວ.

ງານ​ລາ​ຕີ​ຖື "ຮາກ​​ເຫງົ້າ, ຈະ​ເລີນ​ຮຸ່ງ​ເຮືອງ, ຮັກ​ສາ​ແລະ​ສືບ​ທອດ" ເປັນ​ຫົວ​ຂໍ້​ຫຼັກ, ໄດ້​ສະ​ແດງ​ໃຫ້​ເຫັນໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ທີ່ມາ​ກາວ​ໄດ້​ຮັບ​ໃນ​ການ​ປະ​ຕິ​ບັດ "ປະ​ເທດ​ໜຶ່ງ​ ສອງ​ລະ​ບອບ" ແລະ​ກົດ​ໝາຍ​ພື້ນ​ຖານ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ