ຫຼາຍທ້ອງ​ຖິ່ນຂອງ​ອາ​ເມ​ລິ​ກາ​ໄດ້​ຈັດ​​ການແຫ່​ຂະ​ບວນ​ປະ​ທ້ອງ​ເພື່ອ​ຄັດ​ຄ້ານ​ຄວາມ​ຮຸນ​ແຮງ​ທາງ​ປືນ
2018-03-25 15:38:00  cri 

ວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ນັກ​ຮຽນ, ຄູ​ສອນ​ແລະ​ປະ​ຊາ​ຊົນ​ຫຼາຍ​​ທ້ອງ​ຖິ່ນແຫ່ງ​ຂອງ​ອາ​ເມ​ລິ​ກາ​ຈັດ​​ການແຫ່​ຂະ​ບວນ​ປະ​ທ້ອງ​ເພື່ອ​ຄັດ​ຄ້ານ​ຄວາມ​ຮຸນ​ແຮງ​ທາງ​ປືນ.

​ຂ່າວ​ສານ​ອາ​ເປ ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ວັນ​ທີ 24 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ການແຫ່​ຂະ​ບວນ​ທີ່​ຄັດ​ຄ້ານ​ຄວາມ​ຮຸນ​ແຮງ​ທາງ​ປືນ​ທີ່​ມີ​ຊື່​ວ່າ " ​ການແຫ່​ຂະ​ບວນ​ເພື່ອ​ຊີ​ວິດ​ຂອງ​ພວກ​ເຮົາ" ໄດ້​ຈັດ​ຂຶ້ນ​ຢູ່​ ວໍ​ຊີງ​ຕັງ, ນິວຢອກ, ​ພາກ​ລັງ​ຂອງ​ລັດ​ໂຟຼ​ຣີ​ດາແລະຕົວ​ເມືອງ​ຫຼາຍ​ແຫ່ງ​ຂອງ​ອາ​ເມ​ລິ​ກາ​.

CNN ເຄີຍ​ລາຍ​ງານ​ວ່າ, ນັກ​ຮຽນ​ທີ່ລອດ​ຊີ​ວິດ​ໃນ​ຄະ​ດີ​ຍິງ​ປືນ​ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ພາກ​ລັງ​ໄດ້​ຈັດ​​ການແຫ່​ຂະ​ບວນ​ເທື່ອ​ນີ້, ​ໂດຍຮຽກ​ຮ້ອງ​ໃຫ້​ສ້າງ​ກົດ​ໝາຍ​ໃໝ່, ເພື່ອ​ຫຼີກ​ເວັ້ນ​​​ເຫດ​ການ​ຍິງ​ປືນ​ຂະ​ໜາດ​ໃຫຍ່ຢູ່​ໂຮງ​ຮຽນ​ແລະ​ສະ​ຖານ​ທີ່​ອື່ນໆ. ວັນ​ທີ 14 ມີ​ນາ​ແມ່ນ​ຄະ​ດີ​ຍິງ​ປືນ​ທີ່​ໂຮງ​ຮຽນ​ພາກ​ລັງ​ຄົບ​ຮອບ 1 ເດືອນ, ນັກ​ຮຽນ​ອາ​ເມ​ລິ​ກາຫຼາຍ​ໝື່ນ​ຄົນ​ຢຸດ​ການຮຽນເພື່ອ​ປະ​ທ້ວງ​ຄວາມ​ຮຸນ​ແຮງ​ທາງ​ປືນ​ດ້ວຍ​ການ​ອອກ​ຈາກ​ຫ້ອງ​ຮຽນ, ຮຽກ​ຮ້ອງ​ລັດ​ຖະ​ບານ​ອອກ​ກົດ​ໝາຍ​ອັນ​ເຂັ້ມ​ງວດກວ່າ​ເກົ່າ​ໃນ​ດ້ານ​ການຄວບ​ຄຸມ​ປືນ. ວັນ​ທີ 24 ມີ​ນາ​ນີ້, ນັກ​ຮ​ຽນ​ມັດ​ທະ​ຍົມ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ​ຈັດ​ການ​ຊຸມ​ນຸມ​ແຫ່​ຂະ​ບວນ​​ທີ່​ມີຂະ​ໜາດ​ໃຫຍ່ກວ່າ​​ຄັ້ງ​ດັ່ງ​ກ່າວ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ