ບຸກຄົນ​ສາ​ກົນ​ສະ​ເໜີ​ໃຫ້​ອາ​ເມ​ລີ​ກາ​ຈົ່ງ​ໃຫ້​ການ​ຄ້າ​ເປີດ​ປະ​ຕູ​ແລະ​ມີ​ຄວາມ​ໂອບ​ເອື້ອຍ​ອາ​ລີ
2018-03-25 15:18:07  cri 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ປີ​ໜຶ່ງ​ມີ​ຂຶ້ນ​ເທື່ອ​ໜຶ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 24 ມີ​ນານີ້ ເຊິ່ງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ມີ​ຫົວ​ຂໍ້​ຫຼັກ​ຄື: ຈີນ​ໃນ​ຍຸກ​ໃໝ່. ຍ້ອນ​ທ່ານ​ໂດ​ນັດ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຫາ​ກໍ່​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ບົດ​ລາຍ​ງານກວດ​ກາ 301, ເຮັດ​ໃຫ້​ວິ​ຊາ​ການ​ຕ່າງ​ປະ​ເທດ ແລະນັກ​ທຸ​ລະ​ກິດ​ສາ​ກົນ​ທີ່​ມີ​ຊື່​ສຽງ​ຫຼາຍ​ທ່ານ​ໄດ້​ພາ​ກັນ​ປະ​ກອບ​ຄຳ​ເຫັນ ໂດຍ​ເຫັນ​ວ່າ​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ດັ່ງ​ກ່າວ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຜິດ​ຫວັງ​ ແລະ​ເຫັນ​ວ່າ, ການຍອມຕໍ່​ລັດ​ທິ​ປົກ​ປ້ອງ​​ອານ​ຄ້າ​ຈະ​ເຮັດ​ໃຫ້​ໝົດ​ທຸກ​ຄົນ​ຖືກ​ກະ​ທົບ.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນານີ້, ທ່ານ​ນີ​ກຸ​ລາ​ສ ສ​ເຕີ​ເອີນ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ເສດ​ຖະ​ກິດ​ການ​ເມືອງ​ລອນດອນ, ປະ​ທານ​ສະ​ພາ​ເສດ​ຖະ​ສາດ​ອັງ​ກິດ​ກ່າວ​ວ່າ:

ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຜິດ​ຫວັງ. ເຂົາ​ເຈົ້າ​ເຫັນ​ວ່ ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາຂາດ​ດຸນ​ກັ​ນ, ແຕ່​ຕົວ​ຈິງ​ແລ້ວນີ້​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ອາ​ເມ​ລິ​ກາ​ມີ​ລາຍ​ຮັບ​ບໍ່​ພຽງ​ພໍ​ແລະ​ລາຍ​ຈ່າຍ​ກັບ​ລາຍ​ຮັບ​ບໍ່​ສົມ​ຄູ່​ກັນ, ຫາກ​ບໍ່​ແມ່ນ ຍ້ອນ​ເຮັດ​ການ​ຄ້າ​ກັບ​ປະ​ເທດ​ໃດ​ໜຶ່ງ. ອາ​ເມ​ລິ​ກາ​ແກ້​ໄຂ​ບັນ​ຫານີ້​ແບບ​ແກ້​ໄຂ​ສົງ​ຄາມ​ການ​ຄ້າ​ແນວນີ້ແມ່ນ​ບໍ່​ເໝາະ​ສົມ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ສະ​ພາບ​ການ​ແນວນີ້​ແມ່ນ​ເກີດ​ຂຶ້ນ​ຍ້ອນການ​ວິ​ເຄາະ​ຢ່າງ​ຜິດ​ພາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ກ່ອນ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ, ຜູ້​ຕາງ​ໜ້າ​ຂອງສະ​ມາ​ຄົມ​ຂະ​ແໜງ​ການທີ່ຕາງ​ໜ້າ​ໃຫ້​ຫຼາຍ​ຂົງ​ເຂດ​ຂອງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ 45 ອົງ​ການ​ໄດ້​ຮ້ອງ​ຂໍ​ລັດ​ຖະ​ບານ​ເພື່ອ​ຢຸດ​ຕິ​ແຜນ​ການ​ເກັບ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ ເຊິ່ງ​ສະ​ມາ​ຄົມ​ເຫຼົ່າ​ນີ້​ລວມ​ທັງ​ຂະ​ແໜງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ຂ່າຍ​ຍ່ອຍ, ກະ​ສິ​ກຳ​ແລະ​ຜະ​ລິດ​ຕະ​ພັນ​ບໍ​ລິ​ໂພກຄື ບໍ​ລິ​ສັດ​ເອ​ໂພ​ຣ, ກູ​ໂກ, IBM, NIKE ແລະ​ໂວ​ມາ​ເປັນ​ຕົ້ນ ຢູ່​ໃນ​ຄຳ​ຮ້ອງ​ຂໍ, ບໍ​ລິ​ສັດ​ເຫຼົ່າ​ນີ້​ກ່າວ​ວ່າ, ການ​ເກັບ​ພາ​ສີ​ສູງ​ຈະ​ເກີດ​ຜົນ​ກະ​ທົບ​ຫຼາຍ​ຢ່າງ​ທີ່​ອາດ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ເສດ​ຖະ​ກິດ​ອາ​ເມ​ລິ​ກາ.

ອີງ​ຕາມ​ບົດ​ບັນ​ທຶກ​ດັ່ງ​ກ່າວ, ຜະ​ລິດ​ຕະ​ພັນ​ຈີນ​ທີ່​ຖືກ​ເກັບ​ພາ​ສີ​ສູງ​ນັ້ນ​ມີ​ມູນ​ຄ່າ​ລວມ 60 ຕື້​ໂດ​ລາ​ສະ​ຫະ​ລັດ. ສ່ວນ​ຝ່າຍ​ທາງ​ການ​ຂອງ​ຈີນ​ກໍ່​ໄດ້​ມີ​ການ​ຕອບ​ຮັບ​ຢ່າງ​ທັນ​ການ​ໂດຍ​ກ່າວ​ວ່າ ຈີນ​ຫວັງ​ວ່າ​ຈະ​ບໍ່​ເກີດ​ສົງ​ຄາມ​ການ​ຄ້າ, ແລະ​ຈະ​ບໍ່​ເປັນ​ເຈົ້າ​ການ​ກໍ່​ສົງ​ຄາມ​ການ​ຄ້າ, ແຕ່​ຈີນ​ກໍ​ບໍ່​ຢ້ານ​ກົວ​ຕໍ່​ສົງ​ຄາມ​ການ​ຄ້າ ແລະ​ຈະ​ບໍ່​ຫຼີກ​ລ້ຽງ​ບັນ​ຫານີ້.

ທ່ານ​ບັ​ສ​ກາ​ຣ ລາ​ມີ ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ກໍ່​ໄດ້​ຮຽກ​ຮ້ອງ​ໂດຍ​ຜ່ານ​ເວ​ທີ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ວ່າ, ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ບໍ່​ແມ່ນ​ວິ​ທີ​ແກ້​ໄຂ​ບັນ​ຫາ, ການ​ປຶ​ກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ກັນ​ຈິ່ງ​ແມ່ນ​ວີ​ທີ​ທີ່​ຖືກ​ຕ້ອງ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ