ຈັດງານ​ສຳ​ມະ​ນາ "ຊອກ​ຮູ້​ຈີນ ຄວາມ​ໝາຍ​ຕໍ່​ໂລກ​ຂອງ​ເສັ້ນ​ທາງ​ຈີນ" ​ຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ບາງກອກ
2018-03-25 17:55:22  cri 
ວັນ​ທີ 24 ມີ​ນາ​ນີ້, ງານ​ສຳ​ມະ​ນາທີ່​ມີ​ຫົວ​ເລື່ອງວ່າ "ຊອກ​ຮູ້​ຈີນ ຄວາມ​ໝາຍ​ຕໍ່​ໂລກ​ຂອງ​ເສັ້ນ​ທາງ​ຈີນ"ໄດ້​ຈັດ​ຂຶ້ນ​ຢູ່ສູນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ບາງກອກ.

​ສາ​ສະ​ດາ​ຈານ​ ຈ່າງ​ເວີຍ​ເວີຍ ຫົວ​ໜ້າສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ, ກຳ​ມະ​ການ​ສະ​ພາ​ມົນ​ຕີ​ຄັງ​ປັນ​ຍາ​ລະ​ດັບ​ສູງ​ແຫ່ງ​ລັດ​ຈີນ ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ "ຄວາມ​ໝາຍ​ຕໍ່​ໂລກ​ຂອງ​ເສັ້ນ​ທາງ​ຈີນ". ​ທ່ານພົນ​ເອກ ສຸ​​ຣະ​ສິດ ຖະ​ນັດ​ທາງ ຫົວ​ໜ້າ​ສູນ​ວິ​ໄຈ​ຍຸດ​ທະ​ສາດ​ໄທ-ຈີນ ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ວິ​ໄຈ​ແຫ່ງ​ຊາດ​ໄທ ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບປະ​ຊາ​ຊົນ​ໄທ ​ແລະສັງ​ຄົມ​ໄທ ເບີ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ​ແນວ​ໃດ ພາຍ​ໃຕ້​ຫົວ​ຂໍ້ "ການ​ພັດ​ທ​ະ​ນາ​ຂອງ​ຈີນ​ໃນ​ສາຍ​ຕາ​ຂອງ​ໄທ".

ນອກ​ນັ້ນ, ນັກ​ປາດ​ທີ່​ມາ​ຈາກ​ອົງ​ການ​ຄົ້ນ​ຄວ້າ​ອື່ນໆ​ຂອງ​ໄທ ພ້ອມ​ດ້ວຍຜູ້​ກ່າວ​ປາ​ໄສ​ສອງ​ທ່ານ​ດັ່ງ​ກ່າວ ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ "ຄວາມ​ໝາຍ​ຕໍ່​ໂລກ​ຂອງ​ເສັ້ນ​ທາງ​ຈີນ", ການ​ສ້າງ​ຄັງ​ປັນ​ຍາ​ຂອງ​ສອງ​ປະ​ເທດ​ຈີນ​ໄທ ພ້ອມ​ດ້ວຍ​ຄວາມ​ໝາຍຂອງ​ການ​ສ້າງ​ຄັງ​ປັນ​ຍາ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​​ຂອງ​ປະ​ເທດແລະ​ອື່ນໆ.

ກິດ​ຈະ​ກຳ​ດັ່ງ​ກ່າວ​ມີ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ ແລະ​​ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ວິ​ໄຈ​ແຫ່ງ​ຊາ​ໄທ​ເປັນ​ເຈົ້າ​ພາບ. ແຂກ​​​​ຮັບ​ເຊີນແລະມວນ​ຊົນທ້ອງ​ຖິ່ນ​ທັງ​ໝົດ 200 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ. ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ແນວ​ຄິດ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ໄທ, ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ນັກ​ປາດ​ແລະ​ປະ​ຊາ​ຊົນ​ໄທ​ທີ່​ມີ​ຕໍ່​ການ​ເມືອງ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຂົ້າ​ໃຈ​ຕໍ່​ເສັ້​ນ​ທາງ​ພັດ​ທະ​ນາ​ຂອງ​ຈີນ, ເຊິ່ງ​ໄດ້​ຊຸກ​ຍູ້​ໃຫ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ