ຕາມຂ່າວCRI: ຫວ່າງມໍ່ໆນີ້, ທ່ານເກີຣາຊິມົຟ ວາເລຣີ ວາສິວເຢວິຈ, ຫົວຫນ້າເສນາທິການໃຫຍ່ຂອງກອງກຳລັງອາວຸດປະກອບຣັດເຊຍກ່າວວ່າ, ກອງທັບຣັດເຊຍໄດ້ຈັດຕັ້ງກອງລູກສອນໄຟລາດຕະເວນຢູ່ຕາມແຕ່ລະທິດຍຸດທະສາດ.
ວັນທີ 24 ມີນານີ້, ຂ່າວສານອີຕາຕັສຍົກຄວາມເວົ້າຂອງທ່ານເກີຣາຊິມົຟ ມາລາຍງານວ່າ, ກອງລູກສອນໄຟລາດຕະເວນເຫຼົ່ານີ້ຕົ້ນຕໍປະຕິບັດໜ້າທີ່ສະກັດກັ້ນ. ລູກສອນໄຟລາດຕະເວນໄດ້ປະກອບມີຫົວລູກສອນໄຟທີ່ແມ່ນຢຳສູງ, ອາໄສລາດາແລະເຕັກນິກສົ່ງຂໍ້ມູນທີ່ມີປະສິດທິພາບສູງ, ສາມາດສຳເລັດການກະກຽມຍິງພາຍໃນເວລາສັ້ນ.
ບຸກຄົນວິໄຈຂອງຣັດເຊຍເຫັນວ່າ, ເຕັກນິກລູກສອນໄຟລາດຕະເວນຂອງຣັດເຊຍໄດ້ກ້າວໜ້າຫຼາຍແລ້ວ, ຈຸດປະສົງແຫ່ງການຈັດຕັ້ງກອງລູກສອນໄຟລາດຕະເວນແມ່ນເພື່ອເອົາອາວຸດທີ່ບໍ່ແມ່ນນິວເຄຼຍ ປະຕິບັດໜ້າທີ່ສະກັດກັ້ນສັດຕູ ແທນອາວຸດນິວເຄຼຍໃນແຕ່ກ່ອນ.