ຜູ້ຕາງໜ້າ​ຈີນ​ແນະນຳ​ນະ​​ໂຍບາຍ​ນ້ຳ​ຕໍ່​ສະມັດຊາ​ໃຫຍ່​ອົງການ​ສປຊ
2018-03-25 16:18:48  cri 
ວັນ​ທີ 23 ມີນາ​ນີ້, ທ່ານ​ມາຈ່າວ​ຊີ້ ຜູ້​ຕາງ​ໜ້າ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​​ແນະນຳ​ນະ​ໂຍບາຍ​ນ້ຳ​ຂອງຈີນ​ໃນ​ກິດຈະກຳ​ລະດັບ​ສູງກ່ຽວ​ກັບ​ແຜນການ "ທົດ​ສະ​ວັດ​ແຫ່ງການ​ເຄື່ອນ​ໄຫວ​ນ້ຳ​ສາກົນ" ຂອງ​ສະມັດຊາ​ໃຫຍ່​ອົງການ​ສປຊ.

ທ່ານ​ກ່າວ​ວ່າ: ລັດຖະບານ​ຈີນ​ຕັ້ງໜ້າ​ປະຕິບັດ​ຕາມທັດສະນະ​ພັດທະນາ​​ແບບ​ປະດິດ​ສ້າງ​ໃໝ່, ປະສານ​ສົມທົບ, ສີຂຽວ ​​ເປີດ​ປະຕູແລະ​ນຳ​ໃຊ້​ຮ່ວມ​ກັນ, ຈັດ​ຕັ້ງ​ປະຕິບັດ​ລະບຽບ​ການ​ຄຸ້ມ​ຄອງ​ຊັບພະຍາ​ກອນ​ນ້ຳທີ່​​ເຂັ້ມ​ງວດທີ່​ສຸດ; ຍົກ​ສູງປະສິດທິ​ຜົນ​ການ​ໃຊ້​ນ້ຳ, ປະຕິບັດ​ແຜນການ​ປະຢັດ​ນ້ຳທົ່ວ​ປວງ​ຊົນ; ສົ່ງ​ເສີມການ​ຜະລິດຢ່າງ​ສະອາດ, ບຳບັດ​ນ້ຳ​ໂສ​ໂຄ ​ແລະ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ແບບ​ໝູນວຽນ; ​ເລັ່ງການ​ປ້ອງ​ກັນ ​ແລະ​ປົວ​ການ​ມົນ​ລະ​ພິດ​ນ້ຳ, ປັບປຸງ​ຄຸນ​ນະພາ​ບນ້ຳ; ປົວລະ​ປັດ​ນິ​ເວດ​ນ້ຳ, ຍົກ​ສູງ​ຄວາມ​ສາມາດ​​ໃນ​ການຮັກສາ​ແຫຼ່ງນ້ຳ; ປັບປຸງ​ລະບົບ​ປົວລະ​ປັດ​ນ້ຳ ​ແລະ​ສ້າງ​ໂຄງ​ປະກອບ​ທີ່​ໃຫ້ທົ່ວ​ສັງຄົມ​ເຂົ້າ​ຮ່ວມ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້​ແກ້​ໄຂ​ບັນຫາ​ອາຫານ​ການ​ກິນ​ຂອງ​ປະ​ຊາ​ຊົນ 21% ​ໃນ​ທົ່ວ​ໂລກ​ດ້ວຍຊັບພະຍາກອນ​ນ້ຳ​ຈືດ 6% ແລະ​ເນື້ອ​ທີ່​ດິນ​ປູກ​ຝັງ 9% ​ໃນ​​ໂລກ. ​ໄດ້ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​​ທາງ​ເສດຖະກິດ​ໃນ​ຄວາມ​ໄວລະດັບ​ກາງ ​ແລະ​ສູງ​ດ້ວຍ​ການເພີ່ມຂຶ້ນ​ໃນ​ການ​​ໃຊ້​ນ້ຳ​ພຽງໜ້ອຍ​ໜຶ່ງ ​ນີ້ເປັນ​ການປະກອບສ່ວນ​ທີ່​ສຳ​ຄັນ​ໃນ​ກາ​ນພັດທະນາ​ຂອງ​ໂລກ. ຈີນ​ຍັງ​​ໄດ້ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດທະນາ​ຫຼາຍ​ກວ່າ 30 ປະ​ເທດ​ດຳ​ເນີນ​ການ​ກໍ່ສ້າງ​ຊົນລະປະທານ ​ແລະ​ພະລັງ​​ງານໄຟຟ້າ​ນ້ຳຕົກ ​ແລະ​ຈັດການ​ຝຶກ​ອົບຮົມ​ໃຫ້​ພະນັກງານ​ເຕັກ​ນິກ ​ແລະ​ຄຸ້ມ​ຄອງ​ຫຼາຍ​ກວ່າ 2000 ຄົນ​ໃນ​ 100 ກວ່າປະ​ເທດ, ​ໄດ້ຍົກ​ສູງລະດັບ​ຄວາມ​ສາມາດ​ຂອງ​ພະນັກງານ​​ເຕັກນິກຊົນ​ລະ​ປະທານ​ຂອງ​ບັນດາ​ປະ​ເທດທີ່​ພວມພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ