ສະຖານທູດລາວ ປະຈຳ ສປ ຈີນ ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 63 ປີ
2018-03-26 11:44:34  cri 

ສະຖານທູດລາວ ປະຈຳ ສປ ຈີນ ຈັດປາຖະກະຖາ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 63ປີ ໃນ ວັນທີ 25 ມີນານີ້ ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ ໂດຍ​ການປາຖະກະຖາຂອງ ທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ, ​ມີ​​ສະ​ມາ​ຊິ​ກ​ພັກເຂົ້າຮ່ວມ 150 ກວ່າຄົນ.

ໂອກາດນີ້, ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ຍົກໃຫ້ເຫັນ 63 ປີ ແຫ່ງການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຜົນ ສຳເລັດ ແຫ່ງການຊິ້ນຳ-ນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ທີ່ໄດ້ນຳພາ ປະເທດຊາດໄດ້ມີການຫັນ ປ່ຽນຢ່າງໃຫ່ຍຫລວງ, ເຊິ່ງບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງຊາດເຮົາ, ໂດຍເສີມຂະຫຍາຍ ມູນເຊື້ອຮັກຊາດ, ນ້ຳໃຈຕໍ່ສູ້ພິລະອາດຫານ ບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າ ທຸກຊັ້ນຄົນ, ໃນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງ ພວກລ່າເມືອງແບບເກົ່າ ແລະ ແບບໃໝ່ ໃນ 3 ໄລຍະຄື: ໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາ ປະເທດຊາດ, ໄລຍະຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ ປະເທດຊາດໄດ້ມີການ ພັດທະນາຢ່າງຕັ້ງໜ້າ ແລະ ອື່ນໆ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ