ເຂດ​ທະ​ເລ​ໃກ້​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວລະດັບ 6,9 ຣິກ​ເຕີ
2018-03-26 16:31:42  cri 

ຕອນ​ຮຸ່ງ​ເຊົ້າວັນ​ທີ 26 ມີນາ​ນີ້ ຢູ່​ເຂດ​ທະ​ເລ​ໃກ້​ແຂວງ​ມາ​ລູກູ ທາງ​ພາກ​ຕາ​ເວັນ​ອອກປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄ​ຫວລະດັບ 6,9 ຣິກ​ເຕີ ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການເສຍ​ຊີວິດ ຫຼື ບາດ​ເຈັບຂອງປະຊາຊົນ​ ​ແລະ ຜົນ​ເສຍ​ຫາຍ​ທາງ​​ຊັບ​ສິນ​ເທື່ອ.

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ອົງການ​ອຸຕຸນິຍົມ, ດິນ​ຟ້າ​ອາກາດ ​ແລະ ຟິຊິກ​ໂລກ ​ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ​ແຜ່ນດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ 3 ​ໂມງ 14 ນາທີ​ຕາມ​ເວລາທ້ອງ​ຖິ່ນ ​ໂດຍ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທະ​ເລ​ຫ່າງ​ຈາກ​ອຳ​ບອນ ​ເທດສະບານ​ແຂວງ​ມາ​ລູກູ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ 376 ກິ​ໂລ​ແມັດ ​ແລະ​​ເລິກ​ລົງ​ໄປ​ໃຕ້​ດິນ 169 ກິ​ໂລ​ແມັດ.
ອົງການ​ຕິດຕາມ​ວັດ​ແທກແຜ່ນດິນ​ໄຫວອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ແຈ້ງ​ເຕືອນ​ໄພ​ສຶນາ​ມິຫຼັງ​ເກີດ​ແຜ່ນດິນ​ໄຫວ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ