ຜູ້​ຊ່ຽວຊານ​​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ອາ​ເມ​ລິ​ກາ​ຈະ​ຕ້ອງ​ເສຍ​​​ໄຊຢ່າງ​ແນ່ນອນ​ໃນ​ສົງຄາມ​ການ​ຄ້າ​ທີ່​ຕົນ​ກໍ່​ຂຶ້ນ
2018-03-26 16:37:52  cri 

ຕາມ​ຂ່າວ CRI: ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ປະກາດ​ຈະເກັບ​ພາສີ​ຕໍ່​ສິນຄ້າ​ຈີນ​ທີ່​ສົ່ງ​ອອກ​ໄປ​ອາ​ເມ​ລິ​ກາ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ທັງ​ຈຳກັດ​ວິ​ສາ​ຫະກິດ​ຈີນລົງທຶນ​ແລະ​ກວາດຊື້​ບໍລິສັດ​ຕ່າງໆຢູ່​ອາ​ເມ​ລິ​ກາ. ທ່ານ​ບຳບັງ ​ເຊີ​ໂຢ​ໂນ ຜູ້​ຊ່ຽວຊານຂອງ​ອິນ​ໂດ​ເນ​ເຊຍທີ່​ຄົ້ນຄວ້າ​ກ່ຽວ​ກັບ​ປະ​ເທດຈີນ ​ທັງ​ເປັນ​ບັນນາທິການ​ໃຫຍ່​ໜັງສືພິມ "​ໂຄຣັນ ບາຣູ ອິນ​ໂດ​ເນ​ເຊຍ" ​ແລະ ໜັງສືພິມ "ບາຫຼີ​ເຟງ​ໄຊ" ໄດ້​ໃຫ້​ສຳ​ພາດຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື ​CRI ວ່າ: ອາ​ເມ​ລິ​ກາ​ໃຊ້​ມາດ​ຕະການ​ດັ່ງກ່າວ​ກໍ​ໄດ້​ວາງ​ອຸບາຍ​ມາ​ແຕ່​ດົນ​ແລ້ວ ​ແລະ​ຖ້າ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ການ​ຄ້າ ກໍ​ຈະ​ເປັນ​ຜູ້​ເສຍ​​ໄຊ​ເອງ.

ທ່ານ​ບຳບັງ ​ເຊີ​ໂຢ​ໂນ ຊີ້​ໃຫ້​ເຫັນ​ວ່າ: ຈຸດປະສົງ​ຂອງ​ອາ​ເມ​ລິ​ກາ ກໍ​ຄື ລະງັບ​ການ​ສົ່ງ​ອອກ ​ແລະ ການ​ລົງທຶນ​ຂອງ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ແນ​ໃສ່ "ການ​ຜະລິດຂອງ​ຈີ​ນ 2025" ກໍ​ເພື່ອ​ສະກັດ​ກັ້ນການ​ພັດທະນາ​ຂອງ​ຈີນ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ ​ແລະ​ອື່ນໆ. ກ​ານກະທຳ​ຂອງ​ອາ​ເມ​ລິ​ກາ​ກໍ​ສະ​ແດງ​ເຖິງ​ຄວາມບໍ່​ໝັ້ນ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ຕົນ​ເອງ ​ແລະ ຢ້ານ​ກົວ​ຕໍ່​ການ​ທ້າ​ທາຍ​ຈາກ​ປະ​ເທດ​ອື່ນ.

ທ່ານ​ບຳບັງ ເຊີ​ໂຢ​ໂນ ກ່າວ​ຕື່ມ​ວ່າ: ລັດຖະບານຈີນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ນັບ​ມື້​ນັບ​ກວ້າງຂວາງ​ອອກ​ຕື່ມ ​ເຊິ່ງຈະ​ເປັນ​ການ​ຊຸກຍູ້​ໃຫ້​ອິນ​ໂດ​ເນ​ເຊຍ​ສົ່ງ​ອອກ​ສິນຄ້າ​ທີ່​ໄດ້​ປຽບ​ຂອງ​ຕົນ​ໄປ​ຈີນ ​ແລະ​ສາມາດ​ເຂົ້າ​ແທນ​ຜະລິດ​ຕະພັນກະສິກຳ​ຂອງ​ອາ​ເມ​ລິ​ກາ​​ສ່ວນ​ໜຶ່ງ ການ​ພົວພັນ​ລະຫວ່າງ​ອິນ​ໂດ​ເນ​ເຊຍ-ຈີນ​ດ້ານ​ເສດຖະກິດ​ການ​ຄ້າ​ຈະ​ສືບ​ຕໍ່​ຮັດ​ແໜ້ນ​ຍິ່ງໆ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ