ອັ​ຟ​ກາ​ນີ​ສະ​ຖານ​ຈະ​ສ້າງ​ໂຮງ​ຮຽນ 6000 ແຫ່ງ​ໃນ​ສອງ​ປີ​ຕໍ່​ໜ້າ
2018-03-26 16:59:07  cri 
ທ່ານ​ອັ​ສ​ຣັ​ຟ ກາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນີ​ສະ​ຖານ​ເປີດ​ເຜີຍ​ຢູ່​ນະ​ຄອນ​ຫຼວງ​ກາ​ບູນ​ປະ​ເທດ​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ວັນ​ທີ 24 ມີ​ນາ​ນີ້​ວ່າ, ລັດ​ຖະ​ບານ​ຕົນ​ຈະ​ສ້າງ​ໂຮງ​ຮຽນປະ​ມານ 6000 ແຫ່ງ​ຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ການ​ຕັ້ງ​ທຶນ​ສະ​ໜັບ​ສະ​ໜູນ​​ສະ​ເພາະໃນ​ສອງ​ປີ​ຕໍ່​ໜ້າ, ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​​ໂດຍລວມ, ແລະ​ແກ້​ໄຂ​ບັນ​ຫາ​ທີ່​ຂາດ​ຊັບ​ພະ​ຍາ​ກອນ​ທາງການ​ສຶກ​ສາ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເປີດ​ສົກ​ຮຽນ​ໃໝ່​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​​ຢູ່​ນະ​ຄອນ​ຫຼວງ​ກາ​ບູນໃນ​ມື້​ດັ່ງ​ກ່າວ, ທ່ານ​ກາ​ນີ​ກ່າວ​ວ່າ, ລັດ​ຖະ​ບານ​ໄດ້​​ຈັດ​ສັນ​ທຶນ​​ສະ​ເພາະປະ​ມານ 200​ ລ້ານໂດ​ລາ​ສະ​ຫະ​ລັດ​ເພື່ອ​ສ້າງ​ໂຮງ​ຮຽນ​ໃໝ່, ເພີ່ມ​ທະ​ວີ​ການ​ຄຸ້ມຄອງ, ​ເພີ່ມ​ຄູ​ອາ​ຈານ​ແລະ​ອື່ນໆ.

ທ່ານ​ກາ​ນີ ກ່າວ​ຕື່ມ​ວ່າ, ລັດ​ຖະ​ບານ​ວາງ​ແຜນ​ຈະ​ເພີ່ມ​​ຄູອາ​ຈານ 1ໝື່ນ 8 ພັນ​ຕຳ​ແໜ່ງ​ໃນ​ອະ​ນາ​ຄົດ, ໂດຍ​ສະ​ເພາະ​ແມ່ນ​ຍົກ​ສູງ​ອັດ​ຕາ​ເພດ​ຍິງ​ໃນ​ພາກ​ສ່ວນ​ສຶກ​ສາ​ທິ​ການ​ຢູ່​ແຫ່ງ​ຕ່າງໆ​ທຸກ​ຂັ້ນ. ນອກ​ນີ້, ໃນ​ສອງ​ປີ​ຕໍ່​ໜ້າ​ຍັງ​ຈະ​ສ້າງ​ໂຮງ​ຮຽນ​​ເຕັກ​ນິກວິ​ຊາ​ຊີບ​ຢູ່​ແຂວງ​ຕ່າງໆ, ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ນັກ​ຮຽນ​ສາ​ມາດ​ເຂົ້າ​ກັບ​ສົງ​ຄົມ​ໃຫ້​ດີກວ່າ​ເກົ່າ​ຫຼັງ​ຈົບ​ຮຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ