ມາ​ເລ​ເຊຍ​ໄດ້​ທັບ​ມ້າງ​ກົນ​ອຸ​ບາຍການ​ໂຈມ​ຕີ​ກໍ່​ການ​ຮ້າຍ
2018-03-26 11:08:08  cri 
ຂ່າວ​ສານຫຼຽນ​ເຫີ​ຈາວ​ປ້າວ​ສະ​ບັບ​ວັນ​ທີ 25 ​ມີ​ນາ​ຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ເລ​ເຊຍ​ໄດ້​ທັບ​ມ້າງ​ກົນ​ອຸ​ບາຍ​​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ ໂດຍ​ສາ​ມາດ​ຈັບ​ຕົວ​ພວກ​ກໍ່​ການ​ຮ້າຍ 7 ຄົນ ເຊິ່ງ​ພວກ​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້​ມີ​ເຈດ​​ຕະ​ນາຢາກ​ລັກ​ພາ​ຕົວ ແລະ ຂ້າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ແລະ​ມີ​ເຈດ​ຕະ​ນາ​ໂຈ​ມ​ຕີ​ສະ​ຖານ​ທີ່​ສາ​ສະ​ໜາ ແລະ ເຮືອນປະ​ຊາ​ຊົນ.

ຂ່າວ​ແຈ້ງ​ຕື່ມ​ວ່າ, 7 ຄົນ​​ຖືກ​ສົງ​ໄສວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ