ກຳ​ປູ​ເຈຍ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ປັບ​ປຸງ​ທາງຫຼວງ​​ແຫ່ງ​ຊາດ​ເລກ 11
2018-03-26 16:15:46  cri 
    ພິ​ທີ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ປັບ​ປຸງ​ທາງຫຼວງ​ແຫ່ງ​ຊາດ​ເລກ 11 ຂອງ​ກຳ​ປູ​ເຈຍ ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ເປຼ​ແວງ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ. ທ່ານ ຮຸນ​ແ​ຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ ຊົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ພ້ອມ​ດ້ວຍ​ປະ​ຊາ​ຊົນ​ທ້ອງ​ຖິ່ນຫຼາຍ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ.

    ທ່ານ ຊົງ​ໂປ່ ກ່າວໃນ​ພິ​ທີ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ໂຄງ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ໃຫ້​ກຳ​ປູ​ເຈຍ​ໂດຍ​ຜ່ານ​ການ​ຊ່ວຍ​ເຫຼືອ​ລ້າ​ແລະ​ການ​ປ່ອຍ​ເງິນ​ກູ້ດອກ​ເບ້ຍ​ຕ່ຳ, ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ກຳ​ປູ​ເຈຍ​ເລັ່ງ​ລັດ​ການ​ພັດ​ທະ​ນາ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ໂດຍ​ບໍ່​ມີ​ເງື່ອນ​ໄຂ​ທາງ​ການ​ເມືອງ​ແຕ່​ຢ່າງ​ໃດ. ເຊື່ອ​ໝັ້ນ​ວ່າ, ຫຼັງ​ຈາກ​ສຳ​ເລັດ​ໂຄງ​ການ​ປັບ​ປຸງ​ທາງຫຼວງ​ເລກ​ 11 ແລ້ວ ຈະ​ຍົກ​ສູງ​ລະ​ດັບ​ການເຊື່ອມ​ຈອດ​ກັນ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ຢ່າງ​ບັງ​ເກີດ​ຜົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ພາ​ກ​ພື້ນ​ຢ່າງ​ແຂງ​ແຮງ, ແລະ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ແລະ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ, ກາຍ​ເປັນ​ເສັ້ນ​ທາງ​ແຫ່ງ​ການ​ສ້າງ​ຄວາມ​ຮັ່ງ​ມີ​ແລະ​ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ.

    ທາງຫຼວງ​ແຫ່ງຊາດ​ເລກ 11 ຂອງ​ກຳ​ປູ​ເຈຍ​ເຊື່ອມ​ຕໍ່​ແຂວງ​ເປຼ​ແວງ​ແລະ​ແຂວງ​​ຕະ​ບອງ​ຄະ​ໝູມ, ແລະ​ເຮັດ​ໃຫ້​ທາງຫຼວງ​ແຫ່ງ​ຊາດ​ເລກ 1, ເລກ 7 ແລະ​ເລກ 8 ເຊື່ອມ​ຕໍ່​ກັນ, ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ເຄືອ​ຂ່າຍ​ທາງຫຼວງ​ພາກ​ກາງກຳ​ປູ​ເຈຍ. ທາງ​ຫຼວງ​ເສັ້ນ​ນີ້​ຍາວ 96,48 ກິ​ໂລ​ແມັດ, ຮັບ​ເໝົາ​ກໍ່ສ້າງ​ໂດຍ​ບໍ​ລິ​ສັດ​ຂົວທາງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ